ມາດາມ Clinton ຢ້ຽມຢາມລາວ

ມາດາມ Clinton ຢ້ຽມຢາມ ສປປລາວ ເປັນຄັ້ງ ປະຫວັດສາຕ.
ໂພໄຊສວັດ
2012.07.11
F-Clinton-in-VT ມາດາມ Hillary Clinton (ເສື້ອສີຂາວ) ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ໄດ້ເດີນທາງ ມາຢ້ຽມຢາມ ສປປລາວ ໃນວັນທີ 11 ກໍຣະກະດາ 2012.
us-embassy-laos

ມາດາມ Hillary Clinton ຣັຖມົນຕຣີ ກະຊວງ ການຕ່າງປະເທດ ສະຫະຣັຖ ໄດ້ເດີນທາງ ມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ໃນມື້ວັນພຸດ ທີ 11 ກໍຣະກະດາ 2012 ຊຶ່ງ ການເດີນທາງ ມາຄັ້ງນີ້ ຄາດວ່າ ຈະເນັ້ນໃສ່ ການປົວແປງ ບາດແຜ ຈາກສົງຄາມ ວຽດນາມ ແລະ ບັນຫາ ການຂັດແຍ່ງ ໂຄງການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ.

ການຢ້ຽມຢາມ ໃຊ້ເວລາ 4 ຊົ່ວໂມງ ມາດາມ Clinton ໄດ້ພົບປະກັບ ນາຍົກ ຣັຖມົນຕຣີ ສປປລາວ ທ່ານ ທອງສິງ ທັມມະວົງ ຊື່ງມີການ ປຶກສາຫາລື ກັນໃນຫລາຍ ປະເດັນ ໂດຍ ສະເພາະ ການຮ່ວມມື ຮວມທັງການ ຄົ້ນຫາ ທະຫານ ອະເມຣິກັນ ທີ່ຫາຍສາບສູນ ໃນປາງສົງຄາມ ແລະ ໂຄງການ ເກັບກູ້ລະເບີດ. ນອກຈາກນັ້ນ ທັງສອງທ່ານ ຍັງໄດ້ ປຶກສາ ຫາລື ກ່ຽວກັບການທີ່ ສປປລາວໄດ້ເຂົ້າເປັນ ສະມາຊິກ ຂອງອົງການ ການຄ້າໂລກ.

ມາດາມ Clinton ມາຢ້ຽມຢາມ ສປປລາວ ໂດຍການເຊື້ອເຊີນ ຂອງ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສປປລາວ ທ່ານ ທອງລຸນ ສີສຸລິດ ໃນປີ 2010 ໃນຄັ້ງທີ່ທ່ານ ໄປຢ້ຽມຢາມ ກຸງວໍຊິງຕັນ ສະຫະຣັຖ ອະເມຣິກາ.

ຄວາມສໍາພັນ ລະຫວ່າງ ສປປລາວ ແລະ ສະຫະຣັຖ ອະເມຣິກາ ບໍ່ເຄີຍໄດ້ຖືກ ຕັດຂາດຈັກເທື່ອ ສໍາລັບການ ຊ່ວຍເຫລືອ ສປປລາວ ຂອງ ສະຫະຣັຖ ໃນ ປີ 2012 ຄາດວ່າຈະມີ ເຖີງ 30 ລ້ານໂດລາ ສະຫະຣັຖ ໃນຈໍານວນ 9 ລ້ານ 2 ແສນ ໂດລາ ຈະແບ່ງໄວ້ ຊ່ວຍເຫລືອ ໃນການ ເກັບກູ້ລະເບີດ.

ໃນການຢ້ຽມຢາມ ຄັ້ງນີ້ ມາດາມ Clinton ຍັງໄດ້ໄປ ຢ້ຽມຢາມ ບ່ອນຜລິດ ອົງຄະທຽມ ເພື່ອໃຫ້ເຫັນ ສະພາບ ຄວາມເປັນຈິງ ຂອງ ຜູ້ເຄາະຮ້າຍ ຈາກ ລະເບີດ ຕົກຄ້າງ ແຕ່ປາງ ສົງຄາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.