H. Clinton ແນະນໍາເຣືື່ອງເຂື່ອນ ໃນແມ່ນໍ້າຂອງ
2012.07.13

ຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ສະຫະຣັຖ ມາດາມ Hillary Clinton ໄດ້ແນະນໍາ ໃຫ້ລາວ ສຶກສາ ເພີ້ມຕື່ມ ກ່ອນທີ່ຈະສ້າງ ເຂື່ອນ ມູນຄ່າ 3 ຕື້ 600 ລ້ານ ໂດລາ ສະຫະຣັຖ ໃສ່ ແມ່ນໍ້າຂອງ ທີ່ໄດ້ຮັບ ການຕໍ່ຕ້ານ ຈາກປະເທດ ເພື່ອນບ້ານ ໃນການມາ ຢ້ຽມຢາມລາວ ຂອງ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ເທື່ອທໍາອິດ ໃນຮອບ 57 ປີ. ອີງຕາມ ລາຍງານ ຂອງ ອົງການຂ່າວ Bloomberg ວັນທີ 13 ກໍຣະກະດາ 2012.
ນາຍົກ ຣັຖມົນຕຣີ ລາວ ທ່ານ ທອງສິງ ທັມມະວົງ ໄດ້ໃຫ້ຄວາມ ໝັ້ນໃຈ ແກ່ ມາດາມ Clinton ວ່າໂຄງການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ຈະບໍ່ດໍາເນີນ ຕໍ່ໄປ ໂດຍບໍ່ໄດ້ຮັບ ຄວາມເຫັນພ້ອມ ຈາກປະເທດເພື່ອນບ້ານ. ອີງຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ຜູ້ບໍ່ປະສົງ ອອກຊື່. ພ້ອມດຽວກັນນີ້ ເຈົ້າໜ້າທີ່ ກໍເວົ້າວ່າ ສປປລາວ ໄດ້ວາງແຜນ ວ່າຈະຈັດ ກອງປະຊຸມ ຣະດັບ ສາກົນ ກ່ຽວກັບໂຄງການນີ້ ເພື່ອຫລຸດຜ່ອນ ຄວາມວິຕົກ ກັງວົນ.
ໂຄງການ ກໍ່ສ້າງເຂື່ອນ ຍັງຕົກເປັນ ບັນຫາ ຂັດແຍ່ງ ກັນຢູ່ ໃນພູມີພາຄ ໃນຂນະທີ່ ສະຫະຣັຖ ກໍຢາກ ຂຍາຍ ການພົວພັນ ກັບ ສປປລາວ ຫລາຍຂຶ້ນ. ໃນການມາ ຢ້ຽມຢາມ ສປປລາວ ມາດາມ Clinton ໄດ້ສົນທະນາ ກ່ຽວກັບ ການປົວແປງ ພິດພັຍ ຈາກສົງຄາມ ວຽດນາມ ໂດຍສະເພາະ ການເກັບກູ້ ລະເບີດ ແລະ ການຊອກຄົ້ນຫາ ສິ່ງເສດເຫລືອ ຂອງ ທະຫານ ສະຫະຣັຖ ທີ່ຫາຍສາບສູນ ແຕ່ປາງສົງຄາມ.