ອາກາດໜາວຄືນມາ ໂຣກໄຂ້ຫວັດແພ່ຜາຍ

ກະຊວງ ສາທາຣະນະສຸຂ ເຕືອນ ປະຊາຊົນ ໃຫ້ລະວັງ ໂຣກໄຂ້ຫວັດ ຍ້ອນອາກາດ ຈະໜາວ ຄືນອີກ.

0:00 / 0:00

ກົດຟັງສຽງ

ກະຊວງ ສາທາຣະນະສຸຂ ໄດ້ອອກປະກາດ ເຕືອນໃຫ້ ປະຊາຊົນ ລະວັງ ໂຣກໄຂ້ຫວັດ ທີ່ອາດຈະເກີດຂຶ້ນ ຫລັງຈາກ ກົມອຸຕຸນິຍົມ ວິທຍາ ໄດ້ພຍາກອນ ວ່າ ສະພາບອາກາດ ຈະກັບຄືນມາ ໜາວອີກເທື່ອໃໝ່ ພາຍໃນ ອາທິດໜ້ານີ້. ເຈົ້າໜ້າທີ່ກົມ ອະນາມັຍ ກັນພຍາດ ກະຊວງ ສາທາຣະນະສຸຂ ໄດ້ອະທິບາຍວ່າ:

"ພຍາດລະດູການ ນີ້ໂດຍສະເພາະ ໜາວຈະພົບຫລາຍ ພົບໄຂ້ຫວັດ ໃນນາມ ກະຊວງ ສາທາຣະນະສຸຂ ເພິ່ນກໍໃຫ້ແຕ່ ລະແຂວງນີ່ແມ່ນ ໃຫ້ຄວາມຮູ້ໃຫ້ແກ່ຊຸມຊົນ ເຂົ້າໃຈເຖິງວິທີ ປ້ອງກັນເພື່ອບໍ່ໃຫ້ ຂະເຈົ້າເກີດ ອາການ ເຈັບເປັນ".

ນາງເວົ້າຕໍ່ໄປວ່າ ສະພາບ ອາກາດໜາວເຢັນ ຈະກັບຄືນມາອີກ ໃນສັປດາໜ້າ ຊຶ່ງຄາດວ່າ ອຸນຫະພູມ ຈະຕໍ່າລົງອີກ ປະມານ 3 ຫາ 6 ອົງສາ celcius ທາງກະຊວງຈຶ່ງມີ ຄວາມເປັນຫ່ວງ ວ່າປະຊາຊົນ ສ່ວນໃຫຍ່ ຈະໄດ້ ຮັບຜົນ ກະທົບກະເທືອນ ຈຶ່ງໄດ້ມີ ນະໂຍບາຍ ໃຫ້ຄວາມຮູ້ເຣື້ອງ ການຮັກສາສຸຂພາບ ແກ່ປະປະຊາຊົນ ເພື່ອຕຽມຣັບມືກັບ ສະພາບອາກາດໜາວເຢັນ ທີ່ຈະມາເຖິງ.

ໃນລະດູໜາວ ປະຊາຊົນສ່ວນໃຫຍ່ ມັກເປັນໂຣກ ໄຂ້ຫວັດ ໄຂ້ຫວັດໃຫຍ່ ຊຶ່ງເກີດຈາກເຊື້ອ ໄວຣັສ. ເຊື້ອໂຣກໄຂ້ຫວັດ ຈະເກີດຂຶ້ນໄດ້ງ່າຍ ສຳລັບຄົນທີ່ ເປັນໂຣກພູມແພ້ ຢູ່ແຕ່ເກົ່າ, ເປັນໂຣກຫອບຫືດ, ເປັນໂຣກປອດ ຢູ່ແລ້ວ. ເຖິງວ່າໂຣກ ໄຂ້ຫວັດ ໄຂ້ຫວັດໃຫຍ່ ຈະບໍ່ມີອາການ ຮ້າຍແຮງເຖິງຂັ້ນເສັຍຊີວິດ ແຕ່ກໍຄວນເບິ່ງ ແຍງສຸຂພາບ ເພື່ອປ້ອງກັນບໍ່ໃຫ້ ຕິດເຊື້ອໂຣກ ດັ່ງກ່າວນີ້.