ກົດຟັງສຽງ
ໃນຣະຫວ່າງ ທີ່ມີກາຣ ປະຊຸມ ເພື່ອອະທິບາຍ ກ່ຽວກັບ ໂຄງກາຣສ້າງເຂື່ອນ ຜລິຕກະແສ ໄຟຟ້າ ໃສ່ແມ່ນ້ຳຂອງ ໃນແຂວງ ໄຊຍະບູຣີ ທີ່ຈັດຂຶ້ນຢູ່ ເມືອງຊຽງຄານ ແຂວງເລີຽ ໃນມື້ ວັນພຣະຫັດ ນີ້ນັ້ນ. ທາງເຈົ້າໜ້າທີ່ ກ່ຽວຂ້ອງ ກໍວ່າ ກ່ອນຈະເກີດຂຶ້ນໄດ້ ກໍຕໍ່ເມື່ອທຸກໆ ປະເທສ ໃນເຂຕລຸ່ມແມ່ນໍ້າຂອງ ທັງ 4 ປະເທສ ມີຄວາມເຫັນພ້ອມ ນຳກັນ ແຕ່ເທົ່າປັຈຈຸບັນ ຍັງບໍ່ປາກົດ ເຫັນມີຄົນລາວ ໃຫ້ຄຳເຫັນ ໃດໆເທື່ອ, ແຕ່ວ່າ ປະຊາຊົນ ຊາວໄທຽ ທີ່ໄປຮ່ວມຮັບຟັງ ກາຣອະທິບາຍ ດັ່ງກ່າວ ແມ່ນບໍ່ເຫັນພ້ອມນຳ ແຕ່ປະກາຣໃດ ດັ່ງຕົວແທນ ຊາວກະເສຕກອນ ຈາກເມືອງຊຽງຄານ ໄດ້ກ່າວວ່າ:
"ຊາວກະເສຕກອນ ໃນເຂຕນີ້ ທີ່ຈະໄດ້ຮັບ ຜົລກະທົບ ຈາກນ້ຳຖ້ວມ ຍ້ອນໂຄງກາຣສ້າງເຂື່ອນ ໂດຽສະເພາະຣາສດອນ ຕາມແຄມ ແມ່ນ້ຳຂອງ ກໍຍັງບໍ່ທັນຮູ້ ເທື່ອວ່າ ເຂົາເຈົ້າຈະໄດ້ ຮັບຄວາມເສັຽຫາຍ ຫຍັງແດ່ ແລະ ພວກທ່ານຊຶ່ງມີ ໜ້າທີ່ຮັບຜິດ ຊອບນັ້ນ ເຄີຽໄດ້ທາບທາມ ເຂົາເຈົ້າແດ່ບໍ? ວ່າເຂົາເຈົ້າເຫັນດີ ໃຫ້ສ້າງ ຫລືບໍ່ຢາກໃຫ້ ສ້າງຂື້ນ ແລະ ຈະມີກາຣປະກັນໄດ້ ແນວໃດວ່າ ຈະບໍ່ມີຜົລກະທົບ? ຂໍຄວາມ ກະຣຸນາ ຕອບຂ້າພະເຈົ້າ ແດ່ວ່າ ມີວິທີກາຣ ບໍຣິຫາຣ ນໍ້າຂອງ ໄດ້ຢ່າງໃດ ຈຶ່ງມີໂຄງກາຣ ທີ່ຈະສ້າງເຂື່ອນ ໃສ່ແມ່ນໍ້າຂອງ ດັ່ງກ່າວນີ້ ໂດຽທີ່ບໍ່ຄິດ ເຫັນຄວາມເດືອດຮ້ອນ ຂອງ ປະຊາຊົນ ແຕ່ຢ່າງໃດເລີຽ".
ຜູ້ຕາງໜ້າຊາວ ກະເສຕກອນ ທ່ານນີ້ ໄດ້ກ່າວເພີ່ມວ່າ ຖ້າຫາກມີກາຣ ອະນຸມັຕ ໃຫ້ສ້າງຂຶ້ນ ເຂື່ອນໄຊຍະບູຣີ ດັ່ງກ່າວ ຈະສ້າງຄວາມເສັຽຫາຍ ຢ່າງຫລວງຫລາຍ ຕໍ່ສິ່ງທີ່ມີຊີວີຕ ໃນນໍ້າ ຮວມໄປເຖິງກາຣ ປະມົງ ໃນເຂຕ ທ້ອງຖິ່ນ ແລະ ໃນທົ່ວພູມີພາຄ ນຳດ້ວຍ ຮວມໄປເຖິງກາຣ ໂຍກຍ້າຍ ປະຊາຊົນ ອອກຈາກເຂຕພື້ນທີ່ ຊຶ່ງກໍເປັນກາຣ ສ້າງຜົລກະທົບ ຕໍ່ກາຣ ດຳຣົງຊີວີຕ ຂອງປະຊາຊົນ ທັງສອງຝັ່ງ ແມ່ນ້ຳຂອງ. ຕໍໍ່ຄໍາຖາມ ດັ່ງກ່າວນີ້ ດຣ. ວິເທສ ສຣີເນຕຣ໌ ນັກວິຊາກາຣດ້ານ ສິ່ງແວດລ້ອມ ຈາກຄນະກັມມະກາຣ ແມ່ນ້ຳຂອງກໍວ່າ:
"ຖ້າບັນດາ ປະເທສ ສະມາຊິກບໍ່ເຫັນ ພ້ອມຮ່ວມກັນ ກໍບໍ່ ສາມາຖທີ່ຈະ ດຳເນີນວຽກງານ ຂອງໂຄງກາຣສ້າງ ເຂື່ອນໄດ້ ແຕ່ຢ່າງໃດ ເພາະຕ້ອງກາຣຄວາມ ສນັບສນູນ ຊຶ່ງກໍເປັນ ກາຣຍາກທີ່ຈະໃຫ້ ແຕ່ລະປະເທສມີ ຄວາມເຫັນຕຣົງກັນ ຍ້ອນວ່າ ໃນບໍຣິບົທ ຂອງກາຣພັທນາ ປະເທສຂອງທັງ 4 ປະເທສ ສະມາຊິກ ແຕກຕ່າງກັນ".
ຢ່າງໃດກໍຕາມ ໂຄງກາຣສ້າງ ເຂື່ອນ ໄຊຍະບູຣີ ດັ່ງກ່າວ ເປັນເຂື່ອນທຳອິດ ທີ່ມີກາຣສົ່ງເຂົ້າ ສູ່ກາຣພິຈາຣະນາ ຕັດສິນ ໃນຣະດັບ ພູມີພາຄ ເພື່ອກາຣຂໍ ອະນຸມັຕ ຈາກ ທາງຣັຖບາລ ໃນແຕ່ລະປະເທສ ເສັຽກ່ອນ.
