ກົດຟັງສຽງ
ປັດຈຸບັນນີ້ ເມືອງຫລວງພຣະບາງ ເປັນທີ່ນິຍົມ ຂອງນັກທ່ອງທ່ຽວ ຕ່າງປະເທດ ແລະ ນັກລົງທຶນ ເຮັດໃຫ້ຊາວ ຫລວງພຣະບາງ ຈໍານວນນຶ່ງ ມີຄວາມ ເປັນຫ່ວງນໍາການ ເຂົ້າມາຢູ່ອາໄສ ແລະການຊື້ບ້ານເຮືອນ ໃນຕົວເມືອງ ຍ້ອນຢ້ານວ່າ ໃນອະນາຄົດ ມັນຈະເຮັດໃຫ້ ເມືອງຫລວງພຣະບາງ ປ່ຽນແປງໄປ ດັ່ງຊາວບ້ານ ດອນໃໝ່ ເມືອງຫລວງພຣະບາງ ຜູ້ນຶ່ງເວົ້າວ່າ:
"ກໍຄິດຢູ່ ຢ້ານຢູ່ ແຕ່ເຮົາກໍເຮັດຫຍັງ ບໍ່ໄດ້ ຢ້ານເຂົາສິມາຄຸມ ຫລວງພຣະບາງ ພວກນັກທ່ອງທ່ຽວ ພວກນັ້ນ ເພາະໃນຕົວເມືອງ ດຽວນີ້ ຮ້ານອາຫານ ບ້ານເຮືອນເກົ່າ ດຽວນີ້ ພວກຕ່າງປະເທດ ພວກນັ້ນເຂົ້າມາ ຊື້ໄວ້ໝົດແລ້ວ".
ລາວເວົ້າຕໍ່ໄປວ່າ ເມືອງຫລວງພຣະບາງ ໃນປັດຈຸບັນນີ້ ບໍ່ສາມາດ ເຮັດໃຫ້ ເປັນຄືກັນກັບ ຫລວງພຣະບາງ ໃນສະໄໝກ່ອນ ຊຶ່ງມີແຕ່ ຄວາມສງົບ ນັ້ນໄດ້ແລ້ວ ຍ້ອນມີສາເຫດ ຫລາຍຢ່າງ ຮວມທັງ ນັກທ່ອງທ່ຽວ ບາງຄົນ ກໍກໍ່ຄວາມບໍ່ສງົບ ຂຶ້ນໃນຕົວເມືອງ. ປະຊາຊົນອີກ ຜູ້ນຶ່ງ ຈາກບ້ານທາດຫລວງ ເມືອງຫລວງພຣະບາງ ເວົ້າເຖິງນັກທ່ອງທ່ຽວ ຢູ່ຫລວງພຣະບາງວ່າ:
"ມີແຂກມາທ່ຽວ ຫລາຍກໍດີ ຫລວງພຣະບາງ ຂະເຈົ້າກໍຈະມີ ແບບເປັນຣາຍໄດ້ ອີ່ຫຍັງ ແບບການທ່ຽວບ່ອນນັ້ນ ບ່ອນນີ້ ຂະເຈົ້າ ກໍມີການເກັບເງິນ ຂະເຈົ້າກໍມີຣາຍ ໄດ້ສ່ວນນີ້ ໄດ້ນໍາການທ່ອງທ່ຽວ".
ນາງເວົ້າຕື່ມອີກ ວ່າ ການທີ່ມີຄົນ ຕ່າງປະເທດເຂົ້າມາ ຢູ່ຕົວເມືອງ ຫຼວງພຣະບາງຫລາຍນັ້ນ ກໍເປັນການດີ ສໍາລັບເສຖກິດ ຂອງແຂວງຫລວງພຣະບາງ ແລະການມີຄົນ ຕ່າງປະເທດ ເຂົ້າມາຊື້ບ້ານເຮືອນ ນັ້ນ ກໍຄິດວ່າ ບໍ່ໜ້າຈະເປັນ ອັນຕະຣາຍ ແຕ່ຢ່າງໃດ ສໍາລັບຊາວ ຫລວງພຣະບາງ.
