ກົດຟັງສຽງ
ເຫດການ ໄຟໄໝ້ປ່າ ສາມາດ ເກີດຂຶ້ນໄດ້ ໃນທຸກເມື່ອ ໂດຍສະເພາະ ໃນຊ່ວງຣະດູຮ້ອນ ຈະມີຄວາມສ່ຽງ ຕໍ່ການເກີດໄຟໄມ້ປ່າ ຫລາຍກ່ວາ ຣະດູອື່ນໆ, ຊຶ່ງບາງເທື່ອ ການດັບໄຟປ່າ ໃນບາງບ່ອນ ຍັງປະສົບ ກັບບັນຫາ ຫຍຸ້ງຍາກ ຍ້ອນວ່າ ຍັງບໍ່ມີໜ່ວຍງານ ໂດຍສະເພາະ ໃນການສະກັດກັ້ນ ໄຟຟ້າປ່າ.
ໄຟໄມ້ປ່າ ສ່ວນຫລາຍ ຈະເກີດຂຶ້ນ ໃນປ່າຊົມໃຊ້ ຂອງປະຊາຊົນ ເນື່ອງຈາກວ່າ ຍັງມີປະຊາຊົນ ຈໍານວນນຶ່ງ ທີ່ຈູດຫຍ້າ ເພື່ອກຽມໜ້າດິນ ໃນການປູກຝັງ. ເຈົ້າໜ້າທີ່ ຫ້ອງການ ກອງສໍາຣວດ ແລະ ວາງແຜນ ປ່າໄມ້ ກົມປ່າໄມ້ ກະຊວງກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ກ່າວວ່າ:
”ລັກສນະ ທົ່ວໄປ ຂອງໄຟ ທີ່ເຄີຍໄໝ້ ຢູ່ໃນເຂດ ປ່າຊົມໃຊ້ນີ້ ກໍບໍ່ທັນເປັນໄຟຮຸນແຮງ ເຖິງຂັ້ນວິຕົກນີ້ ຍັງບໍ່ທັນ ມີໜ່ວຍງານ ແລະ ສະກັດກັ້ນ ປ້ອງກັນໄຟປ່າ. ພວກເຮົາ ຍັງບໍ່ທັນມີ ມີແຕ່ອີງໃສ່ ໃຊ້ອໍານາດການປົກຄອງ ຢູ່ໃນເຂດໃດ ກໍໃຫ້ເຂດນັ້ນ ເປັນຜູ້ຮັບມອບ.”
ຜົນກະທົບ ຂອງໄຟໄໝ້ປ່ານີ້ ຈະສົ່ງຜົນໃຫ້ ສະພາວະ ພູມີອາກາດ ຜັນຜວນ ເກີດຄວາມບໍ່ແນ່ນອນ ເພາະບາງຊ່ວງ ອາດຈະມີອາກາດ ຮ້ອນແຮງ ແລະ ບາງຊ່ວງ ຝົນຕົກຊຸຮຸນແຮງ ແລະ ບໍ່ອາດຄາດຄະເນ ຣະດູການ ໃນການເພາະປູກໄດ້. ສາເຫດ ສໍາຄັນ ທີ່ກໍ່ໃຫ້ເກີດໄຟໄມ້ປ່າ, ສ່ວນຫລາຍແລ້ວ ຈະມາຈາກ ກິຈກັມ ຂອງມະນຸດ ເປັນຕົ້ນແມ່ນ ການຫາ ເຄື່ອງປ່າຂອງດົງ, ການເຜົາໄຮ່, ການລ່າສັດ ແລະ ຄວາມປມາດ.
ສໍາລັບ ການດັບໄຟປ່າ ໂດຍສະເພາະ ໃນເຂດ ທີ່ຢູ່ຮ່າງໄກ ຈະເປັນການຍາກ ແລະ ບໍ່ສະດວກ ໃນການນໍາ ຣົຖດັບເພີງ ຂຶ້ນໄປ, ຊຶ່ງບາງເທື່ອ ເຮັດໃຫ້ການ ດັບໄຟປ່າ ເປັນໄປຢ່າງລ່າຊ້າ ແລະ ເກີດໄຟໃໝ້ລາມ ອອກໄປ ຈົນເກີດຄວາມເສັຍຫາຍ ຫລາຍກ່ວາ ທີ່ບໍ່ໜ້າ ຈະເກີດຂຶ້ນເລີຍ ດັ່ງເຈົ້າໜ້າທີ່ ກ່າວຕື່ມວ່າ:
”ໃນຕົວຈິງ ສະພາບອາກາດ ມັນກໍາລັງຮ້ອນ ແລະ ກໍມີລົມ ເຮັດໃຫ້ ມີການໄໝ້ລາມຫລາຍ ໃນບາງເຂດ ບາງບ່ອນ ແຕ່ວ່າ ຢູ່ໃນເຂດ ປ່າສງວນນີ້ ໄຟຈະບໍ່ສູ້ໄໝ້ ເພາະວ່າ ມັນເປັນປ່າດົງດິບ ແລະ ໄໝ້ ໃນເຂດປ່າຊົມໃຊ້ ຂອງຊາວບ້ານ.”
ເຖິງຢ່າງໃດ ກໍຕາມ,ໃນປັດຈຸບັນ ຍັງມີການລັກລອບ ເຜົາປ່າ ເພື່ອເຮັດໄຮ່ ແລະ ຫາເຄື່ອງປ່າ ຂອງດົງ ຂອງປະຊາຊົນ,ໂດຍບໍ່ມີ ການຄວບຄຸມ ຢ່າງພຽງພໍ, ສາເຫດນີ້ ກໍ່ໃຫ້ເກີດ ໄຟໄໝ້ປ່າ ໄດ້ງ່າຍ. ເຖິງຈະມີການປະກາດ ເຕືອນ ຂອງກົມປ່າໄມ້ ໃນທຸກແຂວງ ກ່ຽວກັບ ການເຜົາຂີ້ເຫຍື້ອ ຂອງປະຊາຊົນ ວ່າ ໃຫ້ມີການ ຣະມັດຣະວັງ ເປັນພິເສດ ໂດຍສະເພາະ ໃນຊ່ວງໜ້າແລ້ງນີ້.