ກົດຟັງສຽງ
ໃນປີ 2011 ນີ້ ທາງຜແນກລ້ຽງສັຕ ແລະ ກາຣປະມົງ ມີນະໂຍບາຍ ທີ່ຈະເພາະພັນ ປານ້ຳຈືດ ເພື່ອຈຳໜ່າຍໃຫ້ ແກ່ຊາວ ກະເສຕກອນ ທີ່ລ້ຽງປາພາຍໃນ ແຂວງ ທີ່ຍັງຂາດເຂີນ ພັນປາ ຢ່າງຫລວງຫລາຍ ດັ່ງທ່ານ ຄຳໃບ ສິງສຸວົງ ຫົວໜ້າຜແນກ ລ້ຽງສັຕ ແລະ ປະມົງ ປະຈຳແຂວງ ໄດ້ກ່າວວ່າ:
"ຄາດວ່າ ໃນເດືອນ 3, 4, 5 ນີ້ເຫລະ ແຜນກໍມີແຕ່ຊິ ເຮັດປານິລມັນ ປາດຸກ ປານິລ ໄວ້ ຈຳໜ່າຍ ເພື່ອສນອງໃຫ້ ປະຊາຊົນໄປລ້ຽງ ແລ້ວກໍຂາຍ".
ພ້ອມດຽວກັນນັ້ນ ທ່ານກໍວ່າ ໂຄງກາຣເພາະພັນປາ ດັ່ງກ່າວ ຈະຊ່ວຍ ຊາວກະເສຕກອນ ໃນກາຣລ້ຽງປາ ເພື່ອບໍຣິໂພຄ ແລະເພື່ອຈຳໜ່າຍ ພ້ອມຍັງເປັນ ກາຣສົ່ງເສີມ ກາຣເພາະພັນປາ ຢູ່ໃນເມືອງລາວ ຕື່ມອີກ ໂດຽທີ່ບໍ່ຕ້ອງໄດ້ ອາສັຍ ແຕ່ກາຣຊື້ພັນປາ ຈາກແຕ່ປະເທສໄທຽ ເທົ່ານັ້ນ ໃນຂັ້ນຕໍ່ໆໄປ.
ໃນຂນະດຽວກັນນີ້ ທ່ານກໍຢາກໃຫ້ ທາງຣັຖບາລລາວ ຫລືທາງພາຄສ່ວນ ກ່ຽວຂ້ອງ ໄດ້ໃຫ້ກາຣສນັບສນູນ ດ້ານເງິນທຶນ ແກ່ສູນເພາະພັນ ສັຕນ້ຳ ໃນພື້ນທີ່ຕ່່າງໆ ພາຍໃນແຂວງ ຕື່ມອີກ ດັ່ງທີ່ເຄີຽໄດ້ຮັບ ໃນປີທີ່ຜ່ານມາ ເພື່ອເປັນກາຣ ສົ່ງເສີມ ໃຫ້ປະຊາຊົນ ມີກາຣລ້ຽງປາ ເປັນອາຫາຣ ແລະ ເພີ່ມຣາຍໄດ້ຕື່ມອີກ.
