ການລົງທຶນໃນ ຂ.ຫຼວງພຣະບາງ

ການລົງທຶນ ໃນແຂວງ ຫລວງພຣະບາງ ຫລຸດໜ້ອຍລົງ ຍ້ອນບັນຫາ ການເງິນ ໃນໂລກ ແລະ ພັຍພິບັດ ໃນປະເທດ ໃກ້ຄຽງ.

0:00 / 0:00

ກົດຟັງສຽງ

ການລົງທຶນ ໃນແຂວງ ຫລວງພຣະບາງ ໃນສົກປີ 2010-2011 ຫລຸດລົງ ເມື່ອທຽບໃສ່ ສົກປີ 2009 2010 ຍ້ອນຫລາຍ ສາເຫດ ໂດຍສະເພາະ ບັນຫາ ການເງິນ ໃນທົ່ວໂລກ ແລະ ພັຍພິບັດ ທີ່ເກີດຂຶ້ນ ໃນປະເທດໃກ້ຄຽງ ເຮັດໃຫ້ການ ພັທນາ ເສຖກິດ-ສັງຄົມ ໃນແຂວງ ຫລວງພຣະບາງ ມີບັນຫາ ແລະ ຄົນຫວ້າງງານ ກໍເຣີ່ມ ມີອີກຂື້ນ. ຕາມຄໍາເວົ້າ ຂອງ ຍານາງ ສິຣິພອນ ສຸພັນທອງ ຮອງຫົວໜ້າ ແຜນການ ແລະ ການລົງທຶນ ແຂວງ ຫລວງພຣະບາງ:

"ການຫລຸດລົງ ຂອງມູລຄ່າ ການລົງທຶນ ນັ້ນ ສາເຫດ ກໍແມ່ນ ຍ້ອນວ່າ ບັນຫາ ວິກິດການ ທາງເສຖກິດ ການເງິນ ຂອງໂລກ ແລະ ກໍບັນຫາ ທາງດ້ານ ການເມືອງ ຂອງປະເທດ ໃກ້ຄຽງ ບັນຫາ ພັຍພິບັດ ກໍແມ່ນເຮັດໃຫ້ ນັກລົງທຶນ ລັງເລໃຈ ໃນການ ລົງທຶນ ຢູ່ແຂວງຂອງ ພວກເຮົາ ນອກຈາກນັ້ນ ແລ້ວ ຢູ່ແຂວງ ຂອງພວກເຮົາ ການກໍານົດ ຂອບເຂດ ການລົງທຶນ ຍັງເປັນແບບ ລວມໆ ບໍ່ທັນເປັນ ອັນລະອຽດ".

ພື້ນຖານ ໂຄ່ງຮ່າງ ຈໍານວນນຶ່ງ ກໍຍັງເປັນ ບັນຫາ ຍັງບໍ່ ສາມາດ ຮັບປະກັນ ໃຫ້ແກ່ ການລົງທຶນ; ການສ້າງ ບັນຊີ ການລົງທຶນ ຍັງບໍ່ມີ ຄວາມຈະແຈ້ງ ແລະ ເຖິງແມ່ນວ່າ ໃນສົກ ປີນີ້ ຈະມີໂຄງການ ເຂົ້າມາ ຫລາຍຂຶ້ນ ແຕ່ ໂຄງການນັ້ນ ກໍເປັນພຽງ ໂຄງການ ຂນາດນ້ອຍ; ການລົງທຶນ ບໍ່ທັນຫລາຍ ເຮັດໃຫ້ ແຂວງ ຫລວງພຣະບາງ ໃນປີນີ້ ມີຣາຍຮັບ ຫລຸດລົງ.

ໃນສົກປີ 2010-2011 ແຂວງ ຫລວງພຣະບາງ ມີນັກ ລົງທຶນ ທັງພາຍ ໃນແລະ ຕ່າງປະເທດ ເຂົ້າມາ ລົງທຶນ ທັງໝົດ 52 ໂຄງການ. ການລົງທຶນ ສ່ວນໃຫຍ່ ຈະເປັນ ເຣື່ອງ ກະສິກັມ ແລະ ປ່າໄມ້ ເຖິງ 50 ເປີເຊັນ, ອຸດສາຫະກັມ 27 ເປີເຊັນ ແລະ ການບໍຣິການ 23 ເປີເຊັນ.