ທາງການປິດຂ່າວ ສານພິດຕົກຄ້າງ

ຣັຖບານ ປົກປິດ ຂ່າວ ກ່ຽວກັບ ສາຣເຄມີ ທີ່ຕົກຄ້າງ ຢູ່ໃນເຂດ ເມືອງ ໄຊສົມບູນ.
ສົມເນ
2012.01.12

ກົດຟັງສຽງ

ສາຣເຄມີ ຈາກບໍ່ຂຸດຄົ້ນ ຄໍາແລະທອງ ໃນເມືອງ ໄຊສົມບູນ ແຂວງວຽງຈັນ ທີ່ໄດ້ຮົ່ວໄຫລ ລົງໃສ່ນໍ້າໂມ ແລະນໍ້າຍອນ ເຮັດໃຫ້ນໍ້າ ສອງສາຍນີ້ ເປັນພິດໃນ ຫລາຍປີມານີ້ ເທົ່າປານນີ້ ກໍບໍ່ຖືກ ແກ້ໄຂ. ທາງການລາວ ບໍ່ຢາກໃຫ້ ປະຊາຊົນ ຮູ້ຂໍ້ມູນ ເພາະຢ້ານວ່າ ປະຊາຊົນ ຈະຂັດແຍ່ງ ກັບ ບໍຣິສັດ. ຕາມທີ່ ເຈົ້າໜ້າທີ່ ໄດ້ເລົ່າສູ່ຟັງ:

"ກ່ຽວກັບເຣື້ອງ ສາຣພິດ ຕົກຄ້າງນີ້ ເຂົາເຈົ້າ ປ່ອຍນໍ້າເສັຽ ອອກຈາກອ່າງ ທີ່ໃຊ້ PHF ຕາມຄວາມຈິງແລ້ວ ເຣື້ອງບັນດາ ຂໍ້ມູນ ເພິ່ນບໍ່ຢາກ ໃຫ້ປ່ອຍຂ່າວ ກ່ຽວກັບ ບັນຫານີ້ ບັນຫາ ກ່ຽວກັບເຣື້ອງ ບໍຣິສັດ ກັບທາງ ເບື້ອງ ປະຊາຊົນ ແລະ ກັບເຣື່ອງທາງ ຣັຖບານ ເພິ່ນກໍບໍ ຢາກໃຫ້ ຈິງໆແລ້ວ ຂໍ້ມູນເຮົາ ບໍ່ສາມາດ ທີ່ຈະເວົ້າ ຊັດເຈນໄດ້".

ນໍ້າເສັຽປົນເຈືອ ສາຣເຄມີ ຮົ່ວໄຫລ ຈາກອ່າງ ຂັງນໍ້າເສັຽ ຂອງ ບໍຣິສັດ ຂຸດຄົ້ນທອງ ຢູ້ພູຄໍານີ້ ມີມາດົນແລ້ວ ໃນຍາມ ຝົນຕົກໜັກ ນໍ້າເສັຽລົ້ນອ່າງ ແລ້ວໄຫລລົງ ສູ່ແມ່ນໍ້າໂມ ແລະ ນໍ້າຍອນ ເຮັດໃຫ້ນໍ້າຂຸ່ນ ປູປາ ໃນນໍ້າຕາຍ ສັດທີ່ກິນນໍ້າ ໃນແມ່ນໍ້ານັ້ນ ຕາຍຫລືເຈັບໂຊ ແມ້ແຕ່ ຊາວບ້ານ ທີ່ໃຊ້ນໍ້າ ກໍເກີດເປັນຕຸ່ມ. ໃນຂນະດຽວກັນ ຊາວບ້ານ ໃນແຂວງວຽງຈັນ ຄົນນື່ງ ກໍເວົ້າວ່າ ການປິດບັງ ປະຊາຊົນ ໃນເຣື້ອງນີ້ ມັນກໍບໍ່ດີ:

"ປິດບັງ ປະຊາຊົນ ກໍບໍ່ດີ ເຮົາເປັນ ປະຊາຊົນ ເຮົາກໍຢາກ ຮູ້ຜົນ ກະທົບແທ້ ບ້ານເຮົາມັນ ບໍ່ທັນມີ ຮ່ອງນໍ້າເທື່ອ ສິ່ງແວດລ້ອມ ກໍພາໃຫ້ ບ້ານເມືອງ ເປິະເປື້ອນ ບໍ່ສະອາດ".

ການຂຸດຄົ້ນເອົາ ແຮ່ທາດ ໃນລາວ ບໍ່ວ່າ ແຫ່ງໃດກໍດີ ມີການລະເມີດ ຫລືບິດເບືອນ ສັນຍາ ການປົກປັກ ຮັກສາ ສິ່ງແລດລ້ອມ ຢູ່ເລື້ອຍໆ ເຣື້ອງນີ້ ເຈົ້າໜ້າທີ່ ກວດກາ ກໍເຄີຽກວດເຫັນ ເລື້ອຍໆ ແຕ່ກໍຍັງມີ ຜູ້ລະເມີດ ຢູ່ເລື້ອຍໆ.

ປະຊາຊົນ ເຫັນວ່າ ຈະປິດຂ່າວ ຫລືປ່ອຍຂ່າວ ກໍບໍ່ສໍາຄັນ ຂໍໃຫ້ທາງການ ແກ້ໄຂ ບັນຫາ ນໍ້າເປິເປື້ອນ ໃຫ້ເຂົາເຈົ້າ ແລະ ປ້ອງກັນ ບໍ່ໃຫ້ອ່າງ ນໍ້າເສັຽ ໄຫລລົງ ໃສ່ແມ່ນໍ້າອີກ. ຜ່ານມາ ມີຂ່າວວ່າ ບໍຣິສັດ ຂຸດຄົ້ນ ທອງ ກໍຖິ້ມໂທດ ໃສ່ ບໍຣິສັດ ຮັບເໝົາ ຂຸດອ່າງເກັບ ນໍ້າເສັຽວ່າ ເຮັດຄູກັ້ນ ນໍ້າອ່າງ ບໍ່ດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 14, 2012 05:12 PM

ຄວາມລັບບໍ່ມີໄນສປປລ ຕໍ່ໄປອີກແລ້ວ ...

Anonymous
Jan 16, 2012 08:08 PM

ຖ້າມີຈິງຕາມຂ່າວນີ້ ລັຄຖະບານລາວກໍ່ຄວນເຂົ້າໄປ ແກ້ໄຂດ່ວນ ກ່ອນທີ່ ປະຊາຊົນຈະລົ້ມຕາຍຍ້ອນສານພິດ.

Anonymous
Jan 12, 2012 04:03 PM

(คมชัดลึก)