ທາງການ ຂ.ຫົວພັນເຕືອນ ໂຣຄຣະດູໜາວ
ສາທາຣະນະສຸຂ ແຂວງຫົວພັນ ເຕືອນ ປະຊາຊົນ ກ່ຽວກັບ ໂຣກຣະບາດ ໃນຂນະທີ່ ມີອາກາດ ໜາວ ກວ່າປົກກະຕິ.
-
ຈະເຣີນສຸກ
2010-12-07 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ປັດຈຸບັນ ແຂວງ ຫົວພັນ ມີອາກາດ ທີ່ໜາວ ກວ່າປົກກະຕິ, ຊຶ່ງສົ່ງຜົນ ໃຫ້ ປະຊາຊົນ, ໂດຍສະເພາະ ເດັກນ້ອຍ ແລະ ຜູ້ເຖົ້າ ປ່ວຍ ເປັນໂຣຄ ພຍາດໜ້າໜາວ. ດັ່ງນັ້ນ, ທາງຜແນກ ສາທາຣະນະສຸຂ ຈຶ່ງໄດ້ ອອກແຈ້ງການ ເຖິງໂຮງໝໍ ເມືອງ ແລະ ແຂວງ ເພື່ອໃຫ້ຄວາມຮູ້ ກັບ ປະຊາຊົນ ໃນການ ປ້ອງກັນຕົວເອງ ຈາກໂຣກ ດັ່ງກ່າວ.
ດຣ. ຄໍາວຽງ ວິລະພັນ, ຫົວໜ້າ ຜແນກ ສາທາລະນະສຸຂ ແຂວງຫົວພັນ ກ່າວວ່າ:
“ທາງຜແນກ ສາທາຣະນະສຸຂ ແຂວງ ຂອງພວກເຮົາ ກໍໄດ້ມີ ການແຈ້ງການ ທາງວິທຍຸ ໂທຣະທັດ ທ້ອງຖິ່ນ ເພື່ອກະກຽມ ໃຫ້ ສາທາຣະນະສຸຂ ແຕ່ລະເມືອງ, ໃຫ້ມີແຜນ ການຮອງຮັບ ໃນການປ້ອງກັນ ພຍາດ ຣະດູໜາວ ເປັນຕົ້ນແມ່ນ ຢູ່ໃນເດັກນ້ອຍ.”
ທ່ານ ກ່າວຕື່ມວ່າ ໃນລະຍະ ຜ່ານມາ ອຸນຫະພູມ ໃນແຂວງ ຫົວພັນ ຢູ່ປະມານ 15 ຫາ 16 ອົງສາ, ຊຶ່ງຈະສົ່ງຜົນ ໃຫ້ ອຸນຫະພູມ ໃນເດືອນນີ້ ຫລຸດລົງ ຢ່າງຕໍ່ເນື່ອງ. ດັ່ງນັ້ນ ທາງ ສາທາຣະນະສຸຂ ແຂວງ ໃຫ້ໂຮງໝໍ ໃນແຕ່ລະເມືອງ ແລະ ສຸຂສາລາ ໃນແຕ່ລະບ້ານ ຕຣຽມພ້ອມ ເຄື່ອງມື ໃນການຮັກສາ ຄົນເຈັບ ແລະ ກຽມຢາຮັກສາ ພຍາດໃຫ້ ພຽງພໍ ກັບຄວາມ ຕ້ອງການຂອງ ປະຊາຊົນ ແລະ ແນະນໍາ ປະຊາຊົນ, ໂດຍສະເພາະ ປະຊາຊົນ ບັນດາເຜົ່າ ໃຫ້ຮັກສາ ສຸຂພາບ ຂອງຕົນເອງ ໃຫ້ອົບອຸ່ນ ສເມີ.
ອີກຢ່າງນຶ່ງ, ສະພາບ ອາກາດ ໃນແຂວງ ຫົວພັນ ປີນີ້ ອາດຈະໜາວ ຫລາຍກວ່າປີ ທີຜ່ານມາ ເນື່ອງຈາກໄດ້ ຮັບຣາຍງານ ຈາກທາງກົມ ອຸຕຸນິຍົມ ວິທຍາ ວ່າ ອາກາດ ໃນປີນີ້ ຈະໜາວເຢັນ ກ່ວາປົກກະຕິ, ຊຶ່ງສະພາບ ອາກາດ ໃນຂນະນີ້ ຈະກໍ່ໃຫ້ເກີດ ໂຣກພຍາດ ໜ້າໜາວ, ເປັນຕົ້ນແມ່ນ ໄຂ້ຫວັດ, ຣະບົບຫາຍ ອັກເສບ, ໄອ ແລະ ຄໍແດງ.