ການລັກຕັດໄມ້ ຂ.ສວັນນະເຂດ
2011.06.28

ກົດຟັງສຽງ
ທຸກໆປີ ໃນທົ່ວ ປະເທດລາວ ຈະມີການ ກໍານົດ ໂກຕາ ການຕັດໄມ້ ໃຫ້ແຕ່ລະ ແຂວງ ຊື່ງການ ຕັດໄມ້ນີ້ ຈະສາມາດ ເຮັດໄດ້ ໃນປ່າຜລີດ ແລະ ປ່າພັທນາ ເປັນສ່ວນໃຫຍ່ ແລະ ກ່ອນ ຣະດູຝົນ. ແຕ່ຍັງມີ ກຸ່ມຄ້າໄມ້ ຈໍານວນນື່ງ ຍັງສາມາດ ຕັດໄມ້ ໄດ້ ໃນທຸກ ຣະດູການ ສວ່ນໃຫຍ່ ມັກເກີດຂື້ນ ທີ່ແຂວງ ສວັນນະເຂດ ເນື່ອງຈາກວ່າ ແຂວງ ສວັນນະເຂດ ອອກໂຄຕາ ການຕັດໄມ້ ເກີນກໍານົດ ແລະ ກໍ່ເປັນແຂວງ ທີ່ມີ ປ່າໄມ້ ປົກຫຸ້ມ ຢ່າງຫລວງຫລາຍ ຮ່ວມທັງ ມີຊາຍແດນ ຕິດກັບ ປະເທດ ວຽດນາມ ຊື່ງເປັນ ການງ່າຍ ໃນການລໍາລຽງ ໄມ້ ອອກຈາກ ປະເທດ.ດັ່ງເຈົ້າຫນ້າທີ່ ເວົ້າວ່າ:
"ພນັກງານ ຈະເກັບບໍ່ໄດ້ ເພາະວ່າເກັບ ແລ້ວ ຈະຕົກຈາກ ຕໍາແຫນ່ງ ຜ່ານມາ ຣັຖບານລາວ ກໍ່ຈັບໃສ່ ຕະລາງ ຫລາຍຄົນ ພນັກງານ ປ່າໄມ້ ຢູ່ແຂວງ ສວັນນະເຂດ ຫມາຍຄວາມວ່າ ເຂົາຈະເຊັນ ໂກຕາ ເກີນ ຣັຖບານ ຈັບເຂົ້າຕະລາງ ບໍ່ໃຫ້ບັນຈຸ ຢູ່ໃນ ຣາຊການ".
ທ່ານກ່າວ ຕໍ່ໄປວ່າ ການອອກ ໂກຕາ ເພີ້ມນັ້ນ ແມ່ນຈາກການ ອະນຸມັດ ຂອງຜູ້ທີ່ ມີອິດຕິພົນ ໃນແຂວງ ຈື່ງສາມາດ ເຮັດໄດ້ ບໍ່ດ່ັງນັ້ນ ໄມ້ທີ່ຖືກ ຕັດອອກໄປ ຈະຖືກ ກວດກາ ຈາກ ເຈົ້າຫນ້າທີ່ຣັຖ ຈື່ງຈະ ສາມາດ ເອົາອອກ ໄປໄດ້ ແລະ ການອອກ ໂກຕາໄມ້ ເກີນນີ້ ກໍ່ມີຂື້ນ ໃນແຕ່ລະປີ ໃນຣະດູການ ຕັດໄມ້ ຫລືຫລັງ ຣະດູ.
ອີງຕາມຂໍ້ມູນ ຈາກຫນ່ວຍງານ ປົກປ້ອງປ່າໄມ້ ສະຫະປະຊາຊາດ ຣະບຸວ່າ ປ່າໄມ້ ໃນລາວ ໃນປີ 1992 ມີຄວາມຫນາເຖີງ 64% ແຕ່ໃນປີ 2002 ນີ້ ໄດ້ຫລຸດລົງ ເຫລືອພຽງ ແຕ່ 41% ຊື່ງໃນ ປັດຈຸບັນ ປ່າໄມ້ ດັ້ງເດີມ ໃນລາວ ເຫລືອພຽງແຕ່ 1 ໃນ 10 ເຂດປ່າ ໃນລາວ ອາດຈະສູນ ໄປຫມົດ ຖ້າບໍ່ມີການ ອະນຸລັກ ແລະ ປາບປາມ ກຸ່ມຄ້າໄມ້ເຖືອ່ນ. ໄມ້ທີ່ຕັດ ໃນລາວ ສ່ວນໃຫຍ່ ຈະຖືກສົ່ງໄປ ວຽດນາມ ແລະ ຈີນ.