ການລົງທຶນ ໃສ່ໃນມວລຊົນ

ການລົງທຶນ ໃສ່ໃນ ມວລຊົນ ເປັນວິທີ ທີ່ດີ ທີ່ສຸດ ໃນການ ລົບລ້າງ ຄວາມຍາກຈົນ.
ມະນີຈັນ
2011.10.18

ກົດຟັງສຽງ

ທ່ານ Ban Ki-moon ເລຂາທິການໃຫຍ່ ສະຫະ ປະຊາຊາດ ກ່າວເນື່ອງໃນ ວັນສາກົລ ເພື່ອການ ລົບລ້າງ ຄວາມຍາກຈົນ ວັນທີ 17 ຕຸລາ 2011 ນີ້ ໂດຍເນັ້ນເຖິງ ມວລຊົນ ຈໍານວນ ຫຼວງຫຼາຍ ທີ່ວິຕົກ ກັງວົນ ນໍາເລື່ອງ ຈະຕົກງານ ບໍ່ສາມາດ ລ້ຽງ ຄອບຄົວ ຫຼື ມີປະກັນ ສຸຂພາບ. ທ່ານ ບານກິມູນ ກ່າວວ່າ ພວກທ່ານ ສາມາດ ປະເຊີນໜ້າ ກັບບັນຫາ ທ້າທາຍຕ່າງໆ ເຊັ່ນ ວິກິດການ ທາງ ເສຖກິດ ການປ່ຽນແປງ ຂອງ ດິນຟ້າ ອາກາດ ການຂຶ້ນ ຣາຄາ ອາຫານ ແລະ ພລັງງານ ຮວມເຖິງ ຜົລກະທົບ ຈາກພັຍ ທັມມະຊາດ. ພ້ອມດຽວກັນ ທ່ານ ບານ ກໍຮຽກຮ້ອງ ໃຫ້ ພຍາຍາມ ບັນລຸ ເປົ້າໝາຍ ສະຫະປະຊາຊາດ ໃນການພັທນາ ສະຫັດສວັດ ຕ້ານ ຄວາມຍາກຈົນ ຊຶ່ງບັນດາ ຜູ້ນໍາ ໃນໂລກ ໄດ້ໃຫ້ ຄໍາໝັ້ນວ່າ ຈະບັນລຸ ໃຫ້ໄດ້ ພາຍໃນ ປີ 2015:

"Malaria can be stopped. Aids …. ທ່ານກ່າວວ່າ ພຍາດ ໄຂ້ປ່າ ມາແລເຣັຽ ສາມາດ ສະກັດ ກັ້ນໄດ້, ໂຣຄເອດສ ສາມາດ ປີ້ນກັບໄດ້, ແມ່ ຫລາຍລ້ານ ຄົນ ສາມາດ ຊ່ວຍໃຫ້ ລອດພົ້ນ ຈາກຄວາມຕາຍ ຕອນເກີດລູກ ໄດ້. ການລົງທຶນ ເພື່ອສີຂຽວ (ປ່າດົງ ພົງໄພ) ສາມາດ ເຮັດໃຫ້ ມີວຽກເຮັດ ແລະ ມີການ ເຕີບໃຫຍ່".

ຜູ້ຊ່ຽວຊານ ເອກກະຊົນ ໃນບັນຫາ ຄວາມຍາກຈົນ ແລະ ສິດທິມະນຸດ ຂອງ ສະຫະປະຊາຊາດ ມາດາມ Magdalena Sepilveda ຮຽກຮ້ອງໃຫ້ ປະເທດຕ່າງໆ ແກ້ໄຂ ຄວາມ ແຕກໂຕນກັນ ຣະຫວ່າງ ຄົນທຸກຍາກ ແລະ ຄົນຮັ່ງມີ ທີ່ຂຍາຍ ກວ້າງອອກ ນັ້ນ ຢ່າງຮີບດ່ວນ ເພາະຄວາມບໍ່ ເທົ່າທຽມກັນ ມັນສ້າງຄວາມ ແຕກແຍກ ໃນສັງຄົມ ແລະ ເພີ່ມຄວາມ ບໍ່ໝັ້ນຄົງ ໃນທົ່ວໂລກ ທີ່ອາຈນໍາ ໄປສູ່ຄວາມ ບໍ່ສງົບ ດັ່ງທີ່ ປາກົດ ໃຫ້ເຫັນ ໃນຫລາຍເດືອນ ຜ່ານມານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.