ບໍຣິສັດຫົງສາ ລົງນາມ ຂຸດກວາດພື້ນທີ່

ບໍຣິສັດ ພັທນາ ອິຕາລຽນ-ໄທ ເຊັນສັນຍາ ກັບ ບໍຣິສັດ ພະລັງງານ ຫົງສາ.
ສົມເນ
2012.10.31

ໃນວັນທີ່ 29 ຕຸລາ 2012 ນີ້ ບໍຣິສັດ ພັທນາ ອິຕາລຽນ-ໄທ ໄດ້ເຊັນສັນຍາ ກັບບໍຣິສັດ ພະລັງງານ ຫົງສາລິກໄນຕ໌ ຢູ່ແຂວງ ໄຊຍະບູຣີ ເພື່ອຂຸດກວາດ ໜ້າດິນອອກຈາກ ບໍ່ຖ່ານຫີນ ຄິດເປັນມູນຄ່າ 25.28 ຕື້ບາດ ຫລືປະມານ 823 ລ້ານ ໂດລ່າ ສະຫະຣັດ.

ອີງຕາມ ອົງການຂ່າວ ທຸຣະກິດ  FOX ລາຍງານວ່າ ພາຍໃຕ້ສັນຍາ 15 ປີທີ່ລົງນາມ ກັນນີ້ ບໍຣິສັດ Italian–Thai Hongsa ຊື່ງເປັນ ບໍຣິສັດສາຂາ ມີໜ້າທີ່ຮັບ ຜິດຊອບ ດຸດໜ້າດິນ ແລະ ຂົນສົ່ງດິນ ທີ່ດຸດອອກຈາກ ພື້ນທີ່ຂອງໂຄງການ ບໍ່ຖ່ານຫີນຈໍານວນ  383 ລ້ານ ແມັດກ້ອນ ແຕ່ບໍ່ໄດ້ໃຫ້ ຣາຍລະອຽດວ່າ ດິນທີ່ດຸດອອກນັ້ນ ຈະເອົາໄປ ໄວ້ ຢູ່ໃສ.

ມາເຖິງເດືອນ ຕຸລາ 2012 ນີ້ ຣາຍງານ ລ້າສຸດແຈ້ງວ່າ ວຽກງານກໍ່ສ້າງ ໂຮງໄຟຟ້າຫົງສາ ຢູ່ແຂວງ ໄຊຍະບູຣີ ໄດ້ຄືບໜ້າໄປແລ້ວ  20% ໂຄງການນີ້ ປະກອບດ້ວຍການ ສ້າງໂຮງງານ ໄຟຟ້າ ການຂຸດຄົ້ນ ບໍ່ຖ່ານຫີນ ການສ້າງອ່າງໂຕ່ງນໍ້າ ສອງແຫ່ງ ປະກອບດ້ວຍ ທໍ່ສົ່ງນໍ້າມາປ້ອນ ໂຮງງານໄຟຟ້າ ແລະ ການສ້າງສາຍສົ່ງ ໄຟຟ້າແຮງສູງ ຂະຫນາດ  500 kv  ໄປຍັງປະເທດໄທ.

ມູນຄ່າໃນການສ້າງ ໂຮງໄຟຟ້າ ປະມານ $3.7 ຕື້ ໂດລາ ໂດຍກໍານົດໃຫ້ແລ້ວ ໃນປີ 2015 ໄຟຟ້າ 1,800 MW ທີ່ຜລິດໄດ້ ທັງໝົດນັ້ນ 1,400 MW  ຈະສົ່ງໄປຂາຍ ໃຫ້ບໍຣິສັດ ໄຟຟ້າ ໃນປະເທດໄທ 100 MW  ຂາຍໃຫ້ສປປລາວ ແລະ ສ່ວນເຫລືອ  378 MW  ແມ່ນສໍາລັບໃຊ້ ພາຍໃນໂຮງງານ.

ໂຄງການດັ່ງກ່າວ ຕ້ອງໄດ້ໂຍກຍ້າຍ ປະຊາຊົນ 450  ຄອບຄົວ ຜູ້ລົງທືນ ຮ່ວມປະກອບດ້ວຍ ບໍຣິສັດບ້ານພູ ບໍຣິສັດ ຣາຊບູຣີ ຖືຫຸ້ນຜູ້ລະ 40% ສ່ວນເຫລືອ 20%  ແມ່ນ ຣັຖບານລາວ ເປັນຜູ້ຖືຫຸ້ນ ກໍານົດ ສັມປະທານ 25 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.