ຂາຍຢາບ້າຍ້ອນຂາດວຽກ

ຜູ້ທີ່ພົວພັນ ນຳກາຣຄ້າ ຢາເສພຕິດ ຢູ່ແຂວງ ຜົ້ງສາລີ ສ່ວນຫລາຍ ເປັນພວກ ທີ່ບໍ່ມີ ວຽກເຮັດ

0:00 / 0:00

ກົດຟັງສຽງ

ແຂວງ ຜົ້ງສາລີ ເປັນໜຶ່ງ ໃນຫລາຍໆແຂວງ ຂອງລາວ ທີ່ຍັງ ບໍ່ສາມາຖ ກຳຈັດ ບັນຫາ ຢາເສພຕິດ ໄດ້ຈັກເທື່ອ ອາຈເປັນ ດ້ວຍສາເຫຕ ທີ່ປະຊາຊົນ ບໍ່ມີວຽກເຮັດ ງານທຳ ຈຶ່ງພາກັນ ຫັນໄປ ຫາເງິນ ດ້ວຍກາຣ ຮັບເອົາ ຢາບ້າ ຈາກປະເທສ ໃກ້ຄຽງ ໄປຊອກຂາຍ ໃຫ້ ປະຊາຊົນ ພາຍໃນແຂວງ ຫລາຍເພີ່ມຂຶ້ນ. ເຈົ້າໜ້າທີ່ ຫ້ອງກາຣ ຕ້ານ ຢາເສພຕິດ ປະຈຳແຂວງ ໄດ້ເວົ້າວ່າ:

"ສ່ວນຫລວງຫລາຍ ກະແມ່ນ ກະບວນກາຣ ລາວ ຈະເປັນຄົນ ຣະດັບ ປານກາງ ຫລືວ່າ ບາງເທື່ອ ກະແມ່ນ ຄົນຈົນຊໍ້າ ສ່ວນຫລວງຫລາຍ ມັນຈະເປັນ ພໍ່ຄ້າ ຊາວຂາຍ ວຽກງານ ຂອງຂະເຈົ້າ ກໍບໍ່ມີດອກ ພວກນີ້".

ພ້ອມດຽວກັນ ທ່ານກໍວ່າ ໃນເມື່ອກ່ອນນ ນັ້ນ ພວກລັກລອບ ຄ້າຢາເສພຕິດ ຕ່າງໆ ມັກຈະ ເປັນຊາວຈີນ ແລະ ຊາວວຽຕນາມ ແຕ່ປັຈຈຸບັນນີ້ ສ່ວນໃຫຍ່ ຈະເປັນຊາວລາວ ເອງ ທີ່ໄປ ຊອກຂາຍ ໃຫ້ ປະຊາຊົນ ພາຍໃນແຂວງ ທີ່ເປັນທັງ ຜູ້ຊື້ ແລະຜູ້ເສພ ແຕ່ກໍບໍ່ມີ ຂໍ້ມູລ ຫລັກຖານ ໂດຽລະອຽດ ແຕ່ຢ່າງໃດ ວ່າເຂົາເຈົ້າ ມີສ່ວນກ່ຽວຂ້ອງ ຫລືພົວພັນ ກັບບັນດາ ຜູ້ມີອຳນາຈ ຣະດັບ ທ້ອງຖີ່ນ ຫລືບໍ?

ເຈົ້າໜ້າທີ່ ໄດ້ແຈ້ງ ເພີ່ມວ່າ ໃນປີ 2011 ຜ່ານມາ ທາງກາຣກ່ຽວຂ້ອງ ກໍສາມາຖ ຈັບຜູ້ຕ້ອງຫາ ຄ້າຢາເສພຕິດ ແລະນຳໄປ ດຳເນີນ ຄະດີ ໄດ້ແຕ່ພຽງ 6 ຄົນ ເທົ່ານັ້ນ ຊຶ່ງທັງໝົດ ເປັນຄະດີ ທີ່ບໍ່ຮ້າຍແຮງ ພໍເທົ່າໃດ ເນື່ອງຈາກ ແຕ່ລະຄົນ ມີຢາບ້າ ໃນຄອບຄອງ ພຽງປະມານ 100 ເມັດ ເທົ່ານັ້ນ ໂດຽມີກາຣ ປັບໃໝ ຫລືຈຳຄຸກ ຂັ້ນເບົາໆ ແລ້ວແຕ່ ກໍຣະນີ ສ່ວນພໍ່ຄ້າ ຣາຍໃຫຍ່ໆ ແທ້ໆນັ້ນ ກໍບໍ່ຄ່ອຍ ຈະຖືກຈັບໄດ້ ຈັກເທື່ອ!