ກົດຟັງສຽງ
ທາງການ ແຂວງ ບໍຣິຄຳໄຊ ຍອມຮັບວ່າ ມີເຈົ້າຫນ້າທິ່ ພາສີ ອາກອນ ບາງຄົນ ອາສັຍ ຫນ້າທິ່ ສວຍໂອກາດ ລັກລອບ ຄ່າ ພາສີ ຮັບສິນບົນ ສົມຮູ້ ຮ່ວມຄິດ ກັບພໍ່ຄ້າ ສົ່ງຜົລ ໃຫ້ລາຍຮັບ ຂອງ ແຂວງ ຮົ່ວໄຫລ. ດັ່ງເຈົ້າ ຫນ້າທິ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ:
"ກໍບໍ່ ປະຕິເສດ ໄດ້ ສິ່ງນິ້ ບາງຄົນ ກໍອາດຈະມີ ແຕ່ວ່າມັນ ກໍບໍ່ແມ່ນ ຫລັກການ ທົ່ວໄປ ບາງຄົນ ເຈົ້າຫນ້າທິ່ ໄຫມ່ໆ ກໍບໍ່ທັນຮູ້ ແລະ ເຈົ້າຂອງ ວັດຖຸ ກໍຢາກໃຫ້ ເລັ່ງດ່ວນ".
ທ່ານກ່າວ ຕໍ່ໄປວ່າ ສຳລັບ ສິນຄ້າ ທິ່ກຸ່ມ ເຈົ້າໜ້າທີ່ ພາສີ ໄດ້ຊ່ອຍໃຫ້ ພວກພໍ່ຄ້າ ແມ່ຄ້າ ຫລົບຫລີກ ຫນີພາສີ ໄດ້ນັ້ນ ກໍແມ່ນ ປະເພດ ເຄຶ່ອງໃຊ້ ໄຟຟ້າ ອຸປກອນ ການກະເສດ ແລະອຶ່ນໆ ໂດຍພໍ່ຄ້າ ຈະຊຸກເຊຶ່ອງ ສິນຄ້າ ເພຶ່ອໃຫ້ ເຈົ້າຫນ້າທິ່ ກວດກາຍາກ ແລ້ວສເນີ ເງິນສິນບົນ ໃຫ້ ສ່ວນໃຫຍ່ ແມ່ນ ເຈົ້າຫນ້າທິ່ ກວດກາ ຕາມດ່ານຕ່າງໆ. ນອກຈາກນັ້ນ ກໍແມ່ນກຸ່ມ ພະນັກງານ ຣັຖ ທິ່ກວດກາ ສິນຄ້າ ຕາມຮ້ານຄ້າ ແລ້ວບໍ່ ບັນທຶກລົງ ໃນບັນຊີ ຂອງຣັຖ ຫລຶ ບັນທຶກ ບໍ່ຕົງກັບ ຄວາມ ເປັນຈິງ. ກ່ຽວກັບ ການລົງໂທດ ພະນັກງານ ຣັຖ ຜູ້ທິ່ ຍັກຍອກ ເງິນຫລວງ ນັ້ນ ທ່ານ ກ່າວວ່າ:
"ຖ້າວ່າມີ ກໍຣະນີ ທີ່ຫນັກໜາ ຈຳນວນ ເປັນມູນຄ່າ ໃຫຍ່ໆ ກໍຕ້ອງໄດ້ ປະຕິບັດ ຕາມກົດຫມາຍ ຕ້ອງໄລ່ອອກ ຖ້າວ່າ ກໍຣະນີ ເບົາ ເຕົ້າໂຮມ ແລ້ວກໍປ່ຽນ ທີ່ຢູ່ ຍ້າຍທີ່ຢູ່".
ບັນຫາ ການຮັບ ສິນບົນ ແລະ ການ ບໍ່ເອົາໃຈໃສ່ ຂອງ ເຈົ້າຫນ້າທິ່ ພາສີ ອາກອນ ເຮັດໃຫ້ ມີການ ລັກລອບ ພາສີ ຫລາຍຂຶ້ນ ໃນແຂວງ ບໍຣິຄຳໄຊ ໃນເວລານິ້. ທາງການແຂວງ ຈຶ່ງມີການ ເຂັ້ມງວດ ໃນບັນຫາ ດັ່ງກ່າວ ຫລາຍຂຶ້ນ.
