ກົດຟັງສຽງ
ໂຄງການ ຊ່ອຍເຫລືອ ຈາກ ປະເທດ ນໍເວ ຊື່ງໃນ ປັດຈຸບັນ ໄດ້ເຮັດວຽກ ຊ່ອຍເຫລືອ ແຮງງານລາວ ຜູ້ທີ່ ຖືກຫລອກ ໄປເຮັດວຽກ ແບບຜິດ ກົດຫມາຍ ໃນຕ່າງ ປະເທດ ເປີດເຜີຍວ່າ: ມີແຮງງານ ຜູ້ຍີງລາວ ຫລາຍຄົນ ຖືກຫລອກລວງ ໄປເຮັດວຽກ ໃນປະເທດ ທີ່ 3 ຫາຍສາບສູນໄປ ຢ່າງບໍ່ມີ ຮ່ອງຮອຍ ຍ້ອນວ່າ ຖືກຂາຍຕໍ່ ໃຫ້ກຸ່ມຄ້າ ປະເວນີ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ຈາກອົງການ ເວົ້າວ່າ:
"ບາງຄົນ ໂຊກຮ້າຍ ຖືກຂາຍຕໍ່ ໄປຢູ່ ໂຮງງານ ສ່ວນໃຫຍ່ ກໍ່ຈະຖືກ ຂູດຮີດ ແຮງງານ ຈຳນວນນື່ງ ຍີ່ງຮ້າຍໄປ ກວ່ານັ້ນ ກໍ່ຖືກຂາຍ ຕໍ່ໄປ ເປັນຍີງຂາຍ ບໍຣິການ ທາງເພດ ແລະ ຈຳນວນນື່ງ ກໍ່ສູນຫາຍໄປ ຢ່າງບໍ່ມີ ຮ່ອງຮອຍ ແມ່ນຍັງມີ ຫລາຍ".
ເຈົ້າຫນ້າທີ່ ທ່ານນັ້ນ ກ່າວຕໍ່ໄປວ່າ ພວກທີ່ມາ ຕົວະຍົວະ ຫລອກລວງ ຈະບອກວ່າ ໄປເຮັດວຽກບ້ານ ເຮັດວຽກ ໂຮງງານ ຫລືວຽກ ປັດກວດ ປະເພດຕ່າງໆ ຕາມຮ້ານຄ້າ ທີ່ເປັນ ວຽກງານ ສຸດຈະຣິດ. ໃນທີ່ສຸດ ກໍ່ກາຍເປັນ ໂສເພນີ ບໍຣິການ ທາງເພດ ແລະ ບໍ່ສາມາດ ຫລົບຫນີ ໄດ້.
ອົງການ ຊ່ວຍເຫລືອ ຈາກ ປະເທດນໍເວ ພຍາຍາມ ຫາທາງ ຮ່ວມມື ກັບ ຣັຖບານລາວ ຂໍໃຫ້ເພີ້ມ ມາດຕຣາ ໃນການກວດ ແຮງງານລາວ ຜູ້ທີ່ຈະ ເດີນທາງໄປ ເຮັດວຽກ ຢູ່ຕ່າງ ປະເທດ ໃຫ້ເຂັ້ມງວດ ກວ່າເກົ່າ ແຕ່ກໍບໍ່ ໄດ້ຜົລ ເພາະບາງຄົນ ລັກໄປ ດ້ວຍຕົນເອງ ຍ້ອນຄວາມຮູ້ເທົ້າ ບໍ່ເຖີງການ.