ແນວຄິດຂອງຊາວລາວ ໃນປະເທດ

ເຍົາວະຊົນ ລາວ ແລະ ກຸ່ມວັຍ ກາງຄົນ ມີແນວຄິດ ໃນເຣື່ອງ ການເມືອງ ແຕກຕ່າງກັນ.
ມະນີຈັນ
2013.01.04

ຊາວລາວ ວັຍກາງຄົນ ໃນນະຄອນຫລວງ ວຽງຈັນ ຜູ້ນຶ່ງ ເປີດເຜີຍ ເຖິງຄວາມຄິດ ຂອງຕົນວ່າ ຄົນລາວ ສ່ວນຫລາຍ ບໍ່ຄ່ອຍມັກ ຫຍຸ້ງກ່ຽວກັບ ເຣື່ອງ ການເມືອງ ຍ້ອນຄິດວ່າ ເປັນເຣື່ອງ ຂອງຣັຖບານ ຫາກເວົ້າ ອອກໄປ ກໍອາດ ນໍາຄວາມ ເດືອດຮ້ອນ ມາສູ່ຕົນ:

"ອັນນີ້ ເຮົາສິເວົ້າ ບໍ່ໄດ້ ເພາະວ່າ ເຣື່ອງການເມືອງ ສ່ວນຫລາຍ ຄົນລາວ ຈະບໍ່ຄ່ອຍ ຫຍູ້ງກ່ຽວ ເທົ່າໃດ ເມື່ອມີຄວາມ ແຕກຕ່າງ ທາງດ້ານແນວຄິດ ມັນກໍອາດຈະ ສົ່ງຜົນໄປເຖິງ ເຣື່ອງ ການກະທໍາ ທີ່ມີການ ຕໍ່ຕ້ານກັນ ເກີດຂຶ້ນ".

ເລົາເວົ້າ ຕໍ່ໄປວ່າ ບາງເທື່ອ ຄົນທີ່ ສັງກັດຣັດ ກໍມີການ ຂັດແຍ່ງກັນເອງ ໃນເຣື່ອງ ຜົນປະໂຫຍດ ຍ້ອນຄວາມໂລບ ແລະ ເຫັນແກ່ຕົວ ຂອງເຈົ້າໜ້າທີ່ ຜູ້ມີອໍານາດ ທາງການເມືອງ ແລະ ເສຖກິດ ຈໍານວນນຶ່ງ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຄວາມເດືອດຮ້ອນ ຊຶ່ງເປັນບໍ່ເກີດ ຂອງບັນຫາ.

ໃນຂະນະ ດຽວກັນ ເຍົາວະຊົນ ລາວ ຜູ້ນຶ່ງ ກໍໃຫ້ ຄວາມຄິດເຫັນວ່າ ການປົກຄອງ ແບບ ພັກດຽວ ຢູ່ລາວ ໃນຍຸກ ປັດຈຸບັນ ກໍດີຢູ່ແລ້ວ:

"ເວົ້າເຣື່ອງ ການເມືອງນີ້ ກໍດີຢູ່ໃດ ພັກດຽວ ບໍ່ມີຄວາມ ວຸ້ນວາຍ ແລະ ກໍປະຊາຊົນ ກໍປະຕິບັດ ຕາມ ຫລັງຈາກ ວ່າຣັຖບານ ມີນະໂຍບາຍ ປະຊາຊົນ ກໍ ປະຕິບັດຕາມ ບໍ່ມີຜູ້ໃດ ຂັດໄດ້".

ດັ່ງນັ້ນ ຈຶ່ງວ່າ ຄວາມຄິດ ທາງດ້ານ ການເມືອງ ຣະຫວ່າງ ເຍົາວະຊົນ ແລະ ກຸ່ມວັຍກາງຄົນ ບໍ່ຄືກັນ ຍ້ອນວ່າ ທຸກມື້ນີ້ ໃນໂຮງຮຽນ ສອນນັກຮຽນ ໃຫ້ຮັບຮູ້ເຖິງ ຄວາມສໍາຄັນ ແລະ ຄຸນງາມ ຄວາມດີ ຂອງພັກ ທີ່ໄດ້ມີ ບົດບາດ ໃນການຕໍ່ສູ້ ປົົດປ່ອຍປະເທດ ແລະ ນໍາຄວາມຈະເຣີນ ແລະ ຄວາມຢູ່ດີ ກິນດີ ມາສູ່ສັງຄົມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.