ລາວຊ-ຣັດເຊັຽ ລົງນາມຄູ່ຮ່ວມການຄ້າ

ປະທານ ປະເທດ ລາວ ແລະ ປະທານາທິບໍດີ ຣັຖເຊັຽ ລົງນາມ ໃນຖແລງການ ກົນໄກ ຄູ່ຮ່ວມ ການຄ້າ.

0:00 / 0:00

ກົດຟັງສຽງ

ຂ່າວສານ ຕາສ ຈາກ ຣັຖເຊັຽ ລາຍງານ ໃນມຶ້ ວັນພຸດ ວ່າ ປະທານ ປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ ເລິ້ມການ ຢ້ຽມຢາມ ຣັຖເຊັຽ ໃນມື້ ວັນພຸດ ອາທິດ ນີ້. ໃນການ ຢ້ຽມຢາມ ຣັຖເຊັຽ ຂອງ ຜູ້ນຳ ລາວ ເທຶ່ອນິ້ ຈະມີການ ລົງນາມ ໃນ ຖແລງການ ກົນໄກ ຄູ່ການຄ້າ ຣະຫວ່າງ ສອງ ປະເທດ ເປັນເທຶ່ອ ທຳອິດ.

ໃນມຶ້ ວັນພຣະຫັດ ຜູ້ນຳລາວ ຈະໄດ້ ພົບປະ ກັບ ປະທານາທິບໍດີ ຣັຖເຊັຽ ທ່ານ ດິຣ ມີຕຣີ ເດບວິແດັບ ເພຶ່ອປຶກສາ ຫາລືກັນ ກ່ຽວກັບ ຄວາມຮ່ວມມື ໃນໂຄງການ ເສຖກິດ ໂດຍ ທົ່ວໄປ ຫລາຍໂຄງການ ໃນລາວ. ແຫລ່ງຂ່າວ ຈາກ ກຸງໂມສກູ້ ລາຍງານ ວ່າ ໃນປີ 2010 ມູນຄ່າ ການຄ້າ ສອງຝ່າຍ ລາວ-ຣັຖເຊັຽ ມີຢູ່ ປະມານ 8 ລ້ານ 7 ແສນໂດລາ ແຕ່ໃນຊ່ວງ ຈາກ ເດືອນ ມົກກະຣາ ຫາ ເດືອນ ກໍຣະກະດາ ປີ 2011 ມູນຄ່າ ການຄ້າ ກໍເພິ້ມຂຶ້ນ ເປັນ 39 ລ້ານ 7 ແສນ ໂດລາ.

ການໂອ້ລົມກັນ ຄັ້ງນີ້ ທັງສອງ ຈະເນັ້ນໃສ່ ສະພາບ ການຄ້າ ໃນ ປັດຈຸບັນ ແລະ ຄວາມຫວັງ ໃນການ ພັທນາ ຄວາມຮ່ວມມື ທາງເສຖກິດ ແລະ ການຄ້າ ຣະຫວ່າງກັນ ໃຫ້ຫລາຍຂຶ້ນ ໃນ ອະນາຄົດ. ກ່ອນອຶ່ນຫມົດ ແມ່ນ ບາດກ້າວ ການເພິ້ມ ປະຣິມານ ການຄ້າ ຣະຫວ່າງ ກັນ.

ລາຍງານວ່າ ທັງສອງ ຝ່າຍ ຈະໃຫ້ຄວາມ ສຳຄັນ ໃນການ ລົງທຶນຮ່ວມ ໃນໂຄງການ ໃຫຍ່ໆ ໃນລາວ ເຊັ່ນໂຄງການ ໂທລະຄົມ ມະນາຄົມ, ວິສວະກອນ ສ້າງເຂຶ່ອນ ໄຟຟ້າ, ການຂຸດຄົ້ນ ແຮ່ທາດ ແລະ ຂແນງອຶ່ນໆ.