ສປປລາວຍັງຂາດເຂີນ ອຸປກອນຫລາຍຢ່າງ
ພາກສ່ວນສຶກສາ ຂອງລາວ ຍັງຂາດອຸປກອນ ການທົດລອງ ທາງ ວິທຍາສາດ ໃນໂຮງຮຽນ ທົ່ວ ປະເທດ.
-
ມະນີຈັນ
2010-12-01 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ພາກສ່ວນ ການສຶກສາ ຂອງລາວ ຍັງຂາດອຸປກອນ ການສຶກສາ ທີ່ສໍາຄັນ ຫລາຍດ້ານ ໂດຍສະເພາະ ອຸປກອນ ການຮຽນວິຊາ ວິທຍາສາດ, ອຸປກອນກິລາ ໃນວິຊາ ພາລະສຶກສາ ແລະ ສື່ການຮຽນ ການສອນ ໃນວິຊາ ຄນິດສາດ ໃນໂຮງຮຽນຕ່າງໆ ໃນທົ່ວປະເທດ. ໂດຍບໍ່ຮູ້ວ່າ ອີກດົນປານໃດ ຣັຖບານ ຈະແກ້ໄຂ ບັນຫານີ້ໄດ້. ເຈົ້າໜ້າທີ່ ກະຊວງ ສຶກສາທິການ ລາວ ທ່ານນຶ່ງ ກ່າວວ່າ:
"ເລື່ອງການສຶກສາ ຍັງຂາດເຂີນ ຫລາຍແນວ ຖືວ່າ ອຸປກອນ ການຮຽນການສອນ ກັບເຄື່ອງທົດລອງ ຮອງຈາກ ອາຄານ ມາແລ້ວ ອັນນີ້ກໍຖືວ່າ ຂາດເຂີນຫລາຍ ໂດຍສະເພາະ ຢູ່ຂັ້ນ ມັທຍົມຕົ້ນ ມັທຍົມປາຍ ນີ້ ຫ້ອງທົດລອງ ມັນມີ ຫ້ອງທົດລອງ ທາງທັມມະຊາດ ພັຍທັມມະຊາດ ຊີວະເຄມີ ຟີຊິກ ແລະ ກໍຫ້ອງທົດລອງ ອື່ນໆ ກໍຖືວ່າ ຍັງບໍ່ທັນມີ ແລ້ວກໍ ນອກຈາກນັ້ນ ກໍຍັງມີ ບັນດາ ປຶ້ມແບບຮຽນ ແລະ ກໍຫໍສມຸດນີ້".
ສປປລາວ ໄດ້ຕັ້ງເປົ້າໝາຍ ສະຫັດສວັດ ດ້ານການສຶກສາ ແຕ່ການພັທນາ ການສຶກສາ ໃນຕົວຈິງ ກັບພັທນາຊ້າ ສົ່ງຜົລ ກະທົບຕໍ່ ຄວາມສາມາດ ແລະ ຣະດັບຄວາມຮູ້ ຂອງເຍົາວະຊົນ ຂອງຊາດ ໃນອະນາຄົດ. ເລື່ອງການ ພັທນາ ນາຍຄຣູ ພັທນາວິຊາ ແລະ ສື່ການຮຽນ ການສອນ ຍັງຈໍາກັດ ເຮັດໃຫ້ການສຶກສາ ຍັງບໍ່ເຕີບໂຕ ເທົ່າທີ່ຄວນ. ເຖິງແມ່ນວ່າ ອົງການສາກົລ ແລະ ປະເທດຕ່າງໆ ໃຫ້ການຊ່ວຍເຫລືອ ເປັນເງິນທຶນ ໃນການພັທນາ ປຶ້ມຕໍາຣາ ກໍ່ສ້າງອາຄານ ແລະ ພັທນານາຍຄຣູ ບາງບ່ອນກໍຕາມ ແຕ່ກໍຍັງ ບໍ່ສາມາດ ປະສົບ ຄວາມສໍາເຣັດ ໃນການພັທນາ ການສຶກສາ ໃຫ້ທັນສມັຍ ເພາະມີອຸປສັກ ຫລາຍແນວ.
ທ່ານ ລີຕູ ບົວປາວ ຮອງຣັຖມົນຕຣີ ກະຊວງສຶກສາ ເຄີຍໄດ້ໃຫ້ ສັມພາດ ກັບນັກຂ່າວ RFA ທີ່ ບາງກອກ ກ່ຽວກັບ ຣະບົບການ ສຶກສາຂອງລາວ ວ່າບັນຫາ ຄວາມທຸກຍາກ ຂາດງົບປະມານ ຂອງລາວ ຍັງ ເປັນບັນຫາ ທີ່ສົ່ງຜົລ ກະທົບໃສ່ ຣະບົບການ ສຶກສາຂອງລາວ. ເຖິງແມ່ນວ່າ ທາງການ ຈະຕັ້ງເປົ້າໝາຍ ສະຫັດສວັດ ດ້ານການພັທນາ ການສຶກສາ ເອົາໄວ້ ຊຶ່ງມີທັງ ເນັ້ນເຖິງຄວາມ ສເມີພາບ ທາງການສຶກສາ ສໍາລັບ ທຸກຊົນເຜົ່າ ໃນລາວນັ້ນ ກໍຕາມ.