ກົດຟັງສຽງ
ໃນອາທິດ ນິ້ ທິ່ ມະຫາວິທຍາລັຍ ແຫ່ງຊາດ ລາວ ຂແນງ ເສຖສາດ ແລະ ການ ບໍຣິຫານ ທຸຣະກິຈ ແລະ ວິທຍາລັຍ ການຊ່າງ ປາກປາສັກ ໄດ້ເປິດຫ້ອງການ ແນະນຳ ນັກສຶກສາ ກ່ຽວກັບ ການເລືອກ ວິຊາຊິພ ໃນການຮຽນ ຂຶ້ນ ເປັນຄັ້ງ ທຳອິດ ໂດຍ ເງິນທຶນ ການຊ່ອຍເຫລຶອ ຈາກ ທະນາຄານ ໂລກ ແລະ ອົງການ ຊ່ອຍເຫລຶອ ຕ່າງຊາດ ຈາກປະເທດ ອອສເຕຣເລັຽ.
ຫ້ອງການ ດັ່ງກ່າວ ຈະໃຫ້ ຄຳແນະນຳ ກ່ຽວກັບ ອາຊີບ ແລະ ການຫາວຽກ ແກ່ ນັກສຶກສາ ຫລັງຈາກ ຈົບຫລັກສູດ ການຮຽນ ໃນ ມະຫາວິທຍາລັຍ. ພິທີເປີດ ຫ້ອງແນະນຳ ວິຊາຊີພ ດັ່ງກ່າວ ເປັນ ປະທານ ໂດຍ ຮອງ ສາສດາຈານ ດຣ. ສົມຈິດ ສຸກສວັນ ອະທິບໍດີ ຂອງ ມະຫາວິທຍາລັຍ ຜແນກເສຖສາດ ແລະ ການບໍຣິຫານ ທຸຣະກິດ. ທ່ານ ສີທອນ ບຸນກອງ ມະນີວັນ ຮອງ ອະທິບໍດີ ວິທຍາລັຍ ການຊ່າງ ປາກປາສັກ, ຍານາງ ກິໂກະ ມິວະ ຕົວແທນ ທະນາຄານ ໂລກ ປະຈຳລາວ ແລະ ຍານາງ ຄາເຕີຣິນ ເບີແນັດ ອຸປທູຕ ແລະ ຫົວຫນ້າ ອົງການ ຊ່ອຍເຫລຶອ ຕ່່າງປະເທດ ຂອງ ອອສເຕຣເລັຽ ຮ່ວມດ້ວຍ ນັກວິຊາການ ສາສດາຈານ ແລະ ນັກສຶກສາ ທຸກຂແນງ ເຂົ້າຮ່ວມ.
ນາງ ກິໂກະ ຕົວແທນ ທະຄານໂລກ ຖແລງວ່າ ຫ້ອງການ ແນະນຳ ວິຊາຊີພ ດັ່ງກ່າວ ຈະໃຫ້ ຄຳແນະນຳ ແກ່ ນັກສຶກສາ ທຸກຄົນ ໃນການເລືອກ ວິຊາການຮຽນ ເມຶ່ອຈົບອອກມາ ຈະມີວຽກເຮັດ ແລະ ຄາດວ່າ ຢ່າງນ້ອຍ 40% ຂອງ ນັກຮຽນ ທິ່ຮ່ວມໃນ ລາຍການນິ້ ຈະໄດ້ ວຽກເຮັດ ຢ່າງຖາວອນ.
