ບົດບາດສະຫະພັນ ແມ່ຍິງລາວ

ເຈົ້າໜ້າທີ່ ສະຫະພັນ ແມ່ຍິງລາວ ວ່າໄດ້ຮັບ ບົດຮຽນ ຈາກ ກອງປະຊຸມ ແມ່ຍິງ ອາຊຽນ ທີ່ຈັດຂຶ້ນ ຣະຫວ່າງ ວັນທີ 16 ຫາ 19 ຕຸລາ 2012 ຫລາຍຢ່າງ.

0:00 / 0:00

ບົດຮຽນທີ່ ທາງສະຫະພັນ ແມ່ຍິງລາວ ຖອດຖອນ ໄດ້ຈາກ ກອງປະຊຸມ ແມ່ຍິງອາຊຽນ ທີ່ຈັດຂຶ້ນ ຣະຫວ່າງ ວັນທີ 16 ຫາ 19 ຕຸລາ 2012 ກໍມີຮວມທັງ ວິທີການຈັດຕັ້ງ ກອງປະຊຸມ ໃນຣະດັບ ສາກົນ ຣະດັບພາກພື້ນ ຊຶ່ງມີ ຄວາມສໍາຄັນຫລາຍ ເພາະຕ້ອງໄດ້ລົງເລິກ ໃນຫລາຍດ້ານ ເຊັ່ນດ້ານເນື້ອໃນ. ຕາມຄໍາເວົ້າຂອງ ຍານາງ ບົງພັນ ສີຫານາດ ກ່າວຕໍ່ ເອເຊັຍເສຣີ ຢູ່ນອກ ກອງປະຊຸມ ຕອນນຶ່ງວ່າ:

"ດ້ານເນື້ອໃນພວກເຮົາ ຈະຕ້ອງໄດ້ ເຮັດແນວໃດ ສາມາດຮອງຮັບ ເອົາເນື້ອໃນ ທີ່ວ່າ ທາງກອງເລຂາ ອາຊຽນ ກໍຄືບັນດາ ປະເທດ ສະມາຊິກ ອາຊຽນ ຂະເຈົ້າໃຫ້ມັນ ດໍາເນີນ ຕາມແຜນ ດໍາເນີນ ກອງປະຊຸມ ອັນນີ້ພວກເຮົາ ໄດ້ມີຫນ່ວຍງານ ສະເພາະ ຮັບຜິດຊອບ ວຽກງານເນື້ອໃນ ສໍາລັບ ກອງປະຊຸມ".

ຍານາງ ບົວພັນ ໃຫ້ຄວາມຮູ້ຕື່ມວ່າ ການດໍາເນີນ ກອງປະຊຸມຄັ້ງນີ້ ທາງສະຫະພັນ ແມ່ຍິງລາວ ໄດ້ຮັບການຍ້ອງຍໍ ຈາກບັນດາ ຜູ້ແທນ ຫລາຍປະເທດ ທີ່ເຂົ້າຮ່ວມ ກອງປະຊຸມ ເພາະ ເຫັນວ່າ ມີການກະກຽມດີ ການປະຕິບັດ ກໍໄດ້ດີ ໂດຍສະເພາະ ດ້ານເນື້ອໃນ ກໍສາມາດເຮັດ ໄດ້ດີໄປຕາມແຜນການ ຂອງ ກອງເລຂາອາຊຽນ ທີ່ວາງອອກ. ການຕ້ອນຮັບ ຄນະຜູ້ແທນ ການຊັບຊ້ອນ ການຈັດວາງຣາຍການ ສໍາລັບ ຄນະຜູ້ແທນ ທັງກອງປະຊຸມ ເປີດກ້ວາງ ແລະ ກອງປະຊຸມພົບປະ ສອງຝ່າຍ ໂດຍສະເພາະ ຣະຫວ່າງ ຄນະຜູ້ແທນລາວ ກັບຄນະຜູ້ແທນ ຈາກບັນດາ ປະເທດອາຊຽນ ອື່ນໆ ກໍເຮັດໄດ້ດີ.

ກອງປະຊຸມ ຊຶ່ງທາງ ສະຫະພັນ ຍິງລາວ ເປັນເຈົ້າພາບ ແຕ່ວັນທີ 16 ຫາ 19 ຕຸລາ ຜ່ານມານີ້ ຢູ່ນະຄອນຫລວງ ວຽງຈັນ ກໍມີກອງປະຊຸມ ຄນະກັມມະການ ແມ່ຍິງອາຊຽນ ຄັ້ງທີ 11 ກອງປະຊຸມ ແມ່ຍິງອາຊຽນ ບວກສາມ ຄັ້ງທີ 4 ແລະ ກອງປະຊຸມ ຣັຖມົນຕຣີ ອາຊຽນ ຮັບຜິດຊອບ ວຽກງານ ຜູ້ຍິງ ຄັ້ງທໍາອິດ.