ກົດຟັງສຽງ
ທ່ານ ນາມ ວິຍະເກດ ຣັຖມົນຕຣີ ກະຊວງ ອຸຕສາຫະກັມ ແລະ ກາຣຄ້າ ໄດ້ກ່າວວ່າ ໃນຣະຍະ ຜ່ານມາ ມີກາຣ ນຳເອົາ ຣົຖມືສອງ ເຂົ້າມາໃຊ້ ຢູ່ເມືອງລາວ ຫລາຍເກີນໄປ ຍ້ອນຜູ້ ປະກອບກາຣ ຈຳນວນໜຶ່ງ ສວຍໂອກາສ ບໍ່ ປະຕິບັຕ ຕາມສັນຍາ ທີ່ວ່າຈະນຳເອົາ ອາໄຫລ່ ພາຫະນະ ຣົຖໃໝ່ໆ ມາປະກອບ ຢູ່່ໃນລາວ, ແຕ່ຊ້ຳພັດ ນຳເອົາຣົຖ ທີ່ເປ່ເພ ໃຊ້ກາຣຢູ່ ຕ່າງປະເທສ ບໍ່ໄດ້ແລ້ວ ນັ້ນ ມາປະກອບ ເພື່ອຂາຍ ໃຫ້ລູກຄ້າ ຄົນລາວເອງ ແລະ ພາຍຫລັງ ທີ່ໃຊ້ ບໍ່ເທົ່າໃດປີ ກໍເພພັງ ຈົນເກີດມີ ຫາງສຽງ ຂຶ້ນມາວ່າ ປະເທສລາວ ເປັນບ່ອນ ສະສົມ ເສດເຫລັກ ຈາກ "ຣົຖມືສອງ".
ຫລັງຈາກ ມີກາຣລົງ ສໍາຣວຈ ກວດກາ ຫວ່າງມໍ່ໆ ມານີ້ ທາງກາຣ ກ່ຽວຂ້ອງ ຂອງລາວ ເຫັນວ່າ ເຖິງແມ່ນ ຣົຖມືສອງ ຈະມີ ຣາຄາຖືກ ສາມາຕ ໃຫ້ບໍຣິກາຣ ດ້ານຂົນສົ່ງ ສິນຄ້າ ແລະ ເປັນ ພາຫະນະ ໃນກາຣ ເດີນທາງ ຂອງ ປະຊາຊົນ ກໍຕາມ ແຕ່ກໍຍັງ ເປັນກາຣ ສ້າງຜົລ ກະທົບຕໍ່ ສະພາບ ເສຖກິຈ ນຳດ້ວຍ ເຊັ່ນວ່າ ທາງຣັຖບາລ ບໍ່ສາມາຕ ເກັບຣາຍຮັບ ຈາກກາຣ ນຳເອົາເຄື່ອງ ອາໄຫລ່ ເຂົ້າປະເທສ ຢ່າງເຕັມເມັດ ເຕັມໜ່ວຍໄດ້ ແຕ່ຢ່າງໃດ.
ໃນຂນະດຽວກັນ ກາຣນໍາເອົາ ຣົຖມືສອງ ເຂົ້າ ເມືອງລາວ ຍັງເປັນກາຣ ສ້າງຜົລ ກະທົບຕໍ່ ສິ່ງແວດລ້ອມ ຈາກມົລພິດ ໄອເສັຽ ຂອງເຄື່ອງຈັກ ທີ່ບໍ່ໄດ້ ມາຕຖານ ພ້ອມຍັງເປັນ ກາຣສິ້ນເປືອງ ເງິນທອງ ທີ່ຕ້ອງໄດ້ ມີກາຣ ສ້ອມແປງ ຢູ່ເລື້ອຍໆ ນຳອີກ.
