ປ່າໄມ້ລາວຖືກທໍາລາຍ ໂດຍຄົນຕ່າງຊາຕ

ຊັພຍາກອນ ປ່າໄມ້ ໃນລາວ ຖືກລຸກລໍ້າ ທໍາລາຍ ດ້ວຍນໍ້າມື ຂອງພວກ ນັກລົງທຶນ ຕ່າງຊາດ ທີ່ໄດ້ຮັບ ສໍາປະທານ ໃນໂຄງການ ອຸດສາຫະກັມ ເຊັ່ນການ ຂຸດຄົ້ນ ບໍ່ແຮ່.
ໂພໄຊສວັດ
2012.05.30
F-illegal-logs-attapeu ບໍຣິເວນ ທີ່ມີການ ຕັດໄມ້ ໃນແຂວງ ອັດຕະປື ຕາມການ ຣາຍງານວ່າ ໄມ້ທີ່ຕັດລົງ ແມ່ນສົ່ງໄປ ວຽດນາມ (ຮູປຖ່າຍຈາກ ກ້ອງວີດີໂອ ຂອງ ອົງການສືບສວນ ສະພາບແວດລ້ອມ ທີ່ມີ ສໍານັກງານ ຢູ່ປະເທດ ອັງກລິດ ໄດ້ເຮັດ ລາຍງານອອກ ໃນປີ 2008)
Screenshot_EIA_report_video

ບໍຣິສັດ ຕ່າງຊາດ ທີ່ເຂົ້າມາ ລົງທຶນ ມັກສວຍໂອກາດ ລຸກລໍ້າທໍາລາຍ ເຂດພື້ນທີ່ ປ່າສງວນ ພື້ນທີ່ ປ່າຫວງຫ້າມ ທີ່ບໍ່ໄດ້ຮັບ ອະນຸຍາດ. ເຈົ້າໜ້າທີ່ ຫ້ອງການ ກົມບໍ່ແຮ່ ແຂວງວຽງຈັນ ເວົ້າວ່າ:

"ທາງບໍຣິສັດ ທີ່ຂໍ ອະນຸຍາດ ໄປເຮັດເໝືອງແຮ່ ແຕ່ວ່າເວລາໄປ ກໍໄປ ທໍາລາຍປ່າ ໄປຕັດຕົ້ນໄມ້ ແນວນັ້ນແນວນີ້ ຫັ້ນໜາ ແບບຄົນສວຍ ໂອກາດເນ໋າະ ໃຊ້ຄໍາວ່າ ສວຍໂອກາດ".

ທ່ານເວົ້າ ຕໍ່ໄປວ່າ ທາງຣັຖບານ ກໍຍັງເປີດ ໂອກາດ ໃຫ້ນັກລົງທຶນ ເຂົ້າມາ ສໍາປະທານ ໃນໂຄງການຕ່າງໆ ໄດ້ຕໍ່ໄປເລື້ອຍໆ ພຽງແຕ່ວ່າ ຈະພິຈາຣະນາ ອະນຸມັດ ໂຄງການ ໃຫ້ລະອຽດ ແລະ ຮອບຄອບ ກວ່າເກົ່າ ເປັນຕົ້ນ ຈະພິຈາຣະນາ ດ້ານນັກວິຊາການ ເງິນທຶນ ເພື່ອການລົງທຶນ ຄວາມເໝາະສົມ ຂອງແຜນ ປະຕິບັດງານ ຫລືໂຄງການ ຊຶ່ງເງື່ອນໄຂຕ່າງໆ ກໍເພື່ອຈະໃຫ້ ສປປ ລາວ ໄດ້ຮັບປໂຍດ ຈາກໂຄງການ ທີ່ສເນີມານັ້ນ ຫລາຍທີ່ສຸດ.

ທາງການລາວ ຍັງມີ ນະໂຍບາຍ ເປີດກວ້າງ ສໍາລັບ ການລົງທຶນ ຈາກຕ່າງປະເທດ ເພື່ອຈະເສີມຂຍາຍ ການຄ້າ ການລົງທຶນ ໃນລາວ ແຕ່ການຕອບສນອງ ຕ້ອງໄດ້ ພິຈາຣະນາ ເຂັ້ມງວດ ເພື່ອ ຫລີກລ້ຽງ ຄວາມຜິດພາດ ແລະ ຊ່ອງຫວ່າງ ທີ່ຈະເປີດໂອກາດ ໃຫ້ນັກລົງທຶນ ເອົາປຽບ ປະຊາຊົນ ລາວ ດັ່ງທີ່ຜ່ານມາ. ເຈົ້າໜ້າທີ່ ເວົ້າວ່າ:

"ຣັຖບານ ກໍຍິນດີ ຕອບສນອງ ໃຫ້ຖ້າເປັນບ່ອນ ທີ່ມີເງື່ອນໄຂ ຫັ້ນນ໋າ ເພາະວ່າມີ ບາງພື້ນທີ່ ຣັຖບານ ຂອງພວກເຮົາ ກໍບໍ່ໄດ້ ອະນຸຍາດໃຫ້ ເປັນຕົ້ນວ່າ ເຂດປ່າສງວນບໍ່".

ເຈົ້າໜ້າທີ່ ຢືນຢັນວ່າ ຣັຖບານ ເລີ້ມເຂົ້າໃຈວ່າ ປະຣິມານ ພື້ນທີ່ປ່າໄມ້ ທີ່ປົກຄຸມໃນລາວ ໄດ້ຫລຸດໜ້ອຍ ລົງເລື້ອຍໆ ຍ້ອນການພັທນາ ໃນໂຄງການຕ່າງໆ ທີ່ບໍ່ມີ ຣະບຽບ ຊຶ່ງຫາກບໍ່ ຣະມັດຣະວັງ ໃນການປ່ອຍ ອະນຸມັດ ໃຫ້ສໍາປະທານ ກໍຍິ່ງຈະມີ ການລຸກລໍ້າ ທໍາລາຍ ເຂດພື້ນທີ່ ປ່າໄມ້ ຕໍ່ໄປເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.