ກົດຟັງສຽງ
ໃນສະເພາະ ປີ 2012 ທາງການລາວ ຈະສ້າງ ເຂດ ເສຖກິດ ຕື່ມອີກ 5 ແຫ່ງຄື ເຂດເສຖກິດ ສະເພາະ ບຶງທາດຫລວງ ເສຖກິດ ສະເພາະ ດົງໂພສີ ແລະ ເສຖກິດ ສະເພາະ ກອຟລອງແທ໊ງ ທີ່ ບໍຣິເວນ ຫົວຂົວ ມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ ເຂດເສຖກິດ ທັງສາມ ແຫ່ງນີ້ ຢູ່ໃນເຂດ ນະຄອນຫຼວງ ວຽງຈັນ ອີກສອງແຫ່ງ ທີ່ຈະສ້າງ ໃນປີໜ້າ ຄື ເຂດເສຖກິດ ພິເສດ ສົ້ນຂົວ ມິຕພາບ ລາວ-ໄທ ແຫ່ງທີ່ສາມ ທີ ຂ.ຄຳມ່ວນ ແລະ ເຂດທີ່ສີ່ ແມ່ນເສຖກິດ ພິເສດ ທີ່ ຂ.ຊຽງຂວາງ ຢູ່ ຂ.ຈຳປາສັກ ພາກໃຕ້ ຂອງລາວ ຣັຖບານລາວ ມີແຜນຈະສ້າງ ເຂດເສຖກິດ ພິເສດ ທີ່ ຄອນພະເພັງ. ເຈົ້າໜ້າທີ່ ຂ.ຈຳປາສັກ ເປີດເຜີຍວ່າ:
“ສຳຣັບ ແຂວງພວກເຮົາ ມັນຈະມີ ຄອນພະເພັງ ແລະ ກໍຈະມີ ຢູ່ເມືອງ ປາກຊ່ອງ ແຕ່ວ່າ ໂຕຫລັກໆ ທີ່ເພິ່ນ ອະນຸມັດ ຮຽບຮ້ອຍແລ້ວ ແມ່ນເຂດ ຄອນພະເພັງ ມະຫານະທີ ສີ່ພັນດອນ ສຳລັບ ເມືອງປາກຊ່ອງ ເພິ່ນ ກະຕຣຽມແລ້ວ ເພິ່ນກໍຮ່າງບົດ ແຕ່ວ່າບໍ່ທັນ ໄດ້ມີດຳຣັດ ສະເພາະ ອອກມາເທື່ອ.”
ນອກຈາກນັ້ນ ທາງການ ຂ.ຈຳປາສັກ ຍັງກຳລັງ ສຶກສາເບິ່ງ ຈະສ້າງ ເຂດເສຖກິດ ພິເສດ ຢູ່ ບໍຣິເວນ ດ່ານວັງເຕົາ ເມືອງໂພນທອງ ທີ່ມີດ່ານ ຊາຍແດນ ຕິດກັບແຂວງ ອຸບົນ ຂອງໄທ. ເຈົ້າໜ້າທີ່ ຜູ້ດຽວກັນ ອະທິບາຍ ອີກວ່າ:
“ຫລັກໆເພິ່ນເອົາ ສອງບ່ອນ ແຕ່ວ່າຈາກນັ້ນ ກະມີ ບາງບ່ອນ ເພິ່ນກຳລັງ ສຶກສາຢູ່ ເຊັ່ນຢູ່ດ່ານ ຊາຍແດນ ຊ່ອງເມັກ ພວກເຮົາ ເມືອງໂພນທອງ ກໍອາດຈະມີ ຫລາຍໆແຫ່ງ ຖ້າເຮົາມີ ເງື່ອນໄຂ ແລະ ຄວາມສະດວກ.”
ປັດຈຸບັນ ສປປລາວ ມີເຂດ ເສຖກິດ ພິເສດ 6 ແຫ່ງແລ້ວ ເຊັ່ນ ສວັນ-ເຊໂນ ບໍ່ເຕັນແດນຄຳ ໃກ້ໆກັບ ຊາຍແດນຈີນ ໃນພາກເໜືອ ຂ.ຫລວງນ້ຳທາ ແລະ ສາມຫລ່ຽມຄຳ ທີ່ ຂ.ບໍ່ແກ້ວ. ອີກ 10 ປີ ຣັຖບານລາວ
ຢາກມີ ເຂດເສຖກິດ ລວມທັງໝົດ ເຖິງ 41 ແຫ່ງ.