ຊາວລາວເຫັນພະລັງ ອໍານາດຂອງຊາວອີຢິບ

ຊາວລາວ ນະຄອນຫລວງ ວຽງຈັນ ມີຄວາມເຫັນວ່າ ສະຖານະການ ໃນປະເທດອີຢິບ ຄົງຈະດີຂຶ້ນ ຫລັງຈາກ ປະທານາທິບໍດີ ລາອອກຈາກ ຕໍາແໜ່ງ.

0:00 / 0:00

ກົດຟັງສຽງ

ຫລັງຈາກ ການປະທ້ວງ ຕາມຖນົນຫົນທາງ ຈົນເກີດເຫດ ການອົນລະວົນ ໃນກາງເມືອງ ເພື່ອກົດດັນໃຫ້ ປະທານນາທິບໍດີ ລາອອກຈາກ ຕຳແໜ່ງ ຊຶ່ງໃຊ້ເວລາ ທັງໝົດ 18 ມື້ ຈົນປະທານາທິບໍດີ ກໍໄດ້ລາອອກ. ຊາວລາວ ມີຄວາມເຫັນວ່າ ສະຖານະການ ໃນອີຢິບ ຈະດີຂຶ້ນ. ດັ່ງຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງ ໄດ້ອອກຄວາມ ຄິດເຫັນ ວ່າ:

"ຕາມຄວາມຄິດ ກໍວ່າເພິ່ນ ຕັດສິນໃຈຖືກ ທີ່ລາອອກ ຄິດວ່າຊິເຮັດໃຫ້ ສະຖານະການ ດີຂຶ້ນ ເພາະວ່າຜູ້ປະທ້ວງ ກໍໄດ້ສຳເຣັດ ຕາມຈຸດປະສົງ ວ່າຢາກໃຫ້ລາອອກ ແລະ ປະທານາທິບໍດີ ກໍລາອອກ ຄິດວ່າສະຖານະການ ຊິດີຂຶ້ນ".

ປັດຈຸບັນນີ້ ອີຢິບ ກໍໄດ້ກັບຄືນສູ່ ສະພາບ ປົກກະຕິ ຕາມລຳດັບ ແຕ່ທາງກອງທັບ ກໍຍັງຮັກສາ ຄວາມປອດພັຍ ໃນສະຖານທີ່ຕ່າງໆ ທັງໄດ້ ເປີດພື້ນທີ່ ຈະຕຸຣັດ ທາຣີ ເພື່ອການສັນຈອນ ອ້ອມຮອບ. ໃນເວລາດຽວກັນ ສະຖານີ ຕຳຣວດຫລາຍແຫ່ງ ກໍໄດ້ ຮັບການສ້ອມແຊມ ປົວແປງ ຫລັງຈາກທີ່ໄດ້ຣັບ ຄວາມເສັຍຫາຍ ຈາກເຫດການ ປະທ້ວງວຸ້ນວາຍ.

ແຫລ່ງຂ່າວ AFP ລາຍງານວ່າ ກອງທັບອີຢິບ ບໍ່ໄດ້ປະກາດ ລະຍະເວລາ ຂອງການປ່ຽນ ໂອນອຳນາດ ໃຫ້ປະທານາທິບໍດີ ຜູ້ໃໝ່ ພຽງແຕ່ຮັບປາກ ວ່າຈະໂອນ ອຳນາດ ການບໍລິຫານ ປະເທດ ໄປສູ່ມື ພົລເຮືອນ ແລະ ປູທາງສູ່ລະບອບ ປະຊາທິປະໄຕ ພ້ອມດຽວກັນນັ້ນ ຍັງປະກາດວ່າ ຣັຖບານຊຸດ ປັດຈຸບັນຍັງຈະມີ ອຳນາດປົກຄອງ ຕໍ່ໄປ ຈົນເຖິງການເລືອກຕັ້ງ ເທື່ອໜ້າ.

ຄນະ ຣັຖມົນຕຣີ ຊຸດປັດຈຸບັນໄດ້ ຈັດກອງປະຊຸມ ເທື່ອທຳອິດ ໃນແລງວັນ ອາທິດທີ 13 ກຸມພາ 2011 ຫລັງຈາກ ການລາອອກ ຂອງ ປະທານາທິບໍດີ Hosni Mubarak.