ກົດຟັງສຽງ
ຊາວລາວ ທີ່ແຂວງ ຫລວງພຣະບາງ ຫລາຍຄົນ ຮ່ວມກັບ ພວກລ້ຽງຫມີ ຈາກ ປະເທດ ເພື່ອນບ້ານ ພາກັນລັກ ລ້ຽງຫມີ ໃນທີ່ຄັບແຄບ ຫຼືໃນບ້ານ ຂອງຕົນ ເປັນສ່ວນໃຫຍ່ ເພື່ອເອົາ ນ້ຳບີຫມີ ໄປຂາຍ. ບາງຄົນ ກໍເຮັດເປັນ ຟາມລ້ຽງຫມີ ແບບການຄ້າ ຊື່ງທາງການ ກໍບໍ່ສາມາດ ເຮັດຫຍັງໄດ້. ດັ່ງເຈົ້າຫນ້າທີ່ ຜແນກສັດລ້ຽງ ປະຈໍາແຂວງ ເວົ້າວ່າ:
"ກໍຊີ່ມີຢູ່ ແຕ່ກໍບໍ່ ຮູ້ວ່າຈຸດ ໃດແທ້ ຂະເຈົ້າ ກໍຕິດຕາມ ແຕ່ສ່ວນຫລາຍ ກໍເປັນແບບ ຄອບຄົວ ແລະກໍຟາມ ຢູ່ກໍມີ ຍັງບໍ່ທັນ ຄົບວົງຈອນ ແລະ ກໍເປັນແບບ ຂອງ ບໍຣິສັດ ຫລືວ່າ ຂອງຂະເຈົ້າ ເອົາມາເອງ ອັນນັ້ນ ສ່ວນຕົວ ແລະເຮົາກໍມີ ແຕ່ແຈ້ງ ເຮັດບ່ອນນັ້ນ ແຈ້ງແລ້ວກໍແລ້ວ".
ທ່ານວ່າ ຟາມຫມີ ສ່ວນຫລາຍແລ້ວ ຈະເປັນກົງເຫລັກ ມີພື້ນທີ່ ຂນາດພໍໃຫ້ ຫມີສາມາດ ຫມູນໂຕໄດ້ ເທົ່ານັ້ນ ແລະ ຕ້ອງຢືນຢູ່ ຕຣອດເວລາ. ວິທີລ້ຽງ ແບບນີ້ ເປັນການ ທໍຣະມານ ສັດ ແຕ່ກໍ ເຮັດຫຍັງໄດ້ ເພາະມີ ໃບ ອະນຸຍາດ ຢ່າງຖືກຕ້ອງ. ດັ່ງເຈົ້າຫນ້າທີ່ ຈາກອົງການ ອະນຸຮັກ ສັດປ່າ ເວົ້າວ່າ:
"ເຣື້ອງສັດລ້ຽງ ໃນກົງ ບໍ່ດີ ເພາະສະນັ້ນ ເຮົາຕ້ອງ ເຮັດໃຫ້ມັນ ກວ້າງໆ ຄັນວ່າໃສ່ ກົງຄືກັນກັບ ເຮົາຢູ່ໃນຄຸກ ຄັນວ່າ ມີໂປຣເຈກ ເຮົາກໍບອກ ຂະເຈົ້າວ່າ ຕ້ອງປັບປຸງ ແນວໃດ ເລື້ອງຄອກສັດ ໃຫ້ມັນເໝາະສົມ ກັບສັດທີ່ລ້ຽງ".
ກຸ່ມຄຸ້ມຄອງ ສວັດດີ ພາບສັດລ້ຽງ ໃນລາວ ກ່າວວ່າ ໃນລາວ ໃນປັດຈຸບັນ ມີການລ້ຽງຫມີ ຢູ່ຣະຫວ່າງ 100-200 ໂຕ ແຕ່ຍັງຖືວ່າ ໜ້ອຍກວ່າ ໃນຈີນ ແລະວຽດນາມ ແຕ່ໃນ ອະນາຄົດ ອາດຈະຫລາຍ ກວ່ານີ້ ຖ້າບໍ່ມີ ການປາບປາມ.