ໂຣຄໄຂ້ປ່າ ມາເລເລັຽ
ໂຣຄໄຂ້ປ່າ ມາເລເລັຽ ເປັນສາເຫດ ເຮັດໃຫ້ຄົນ ເສັຽຊີວິດ ສູງ ໃນເຂດ ຊົນນະບົດ ຂອງລາວ.
-
ສິດນີ
2010-12-03 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ນາຍແພດ ຈາກສູນກາງ ຕ້ານໄຂ້ປ່າ ມາເລເລັຽ ທີ່ນະຄອນຫລວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ ໂຣຄໄຂ້ປ່າ ມາເລເລັຽ ທີ່ເກິດຈາກ ຍຸງລາຍ ເຖິງແມ່ນວ່າ ໃນ ປັດຈຸບັນ ລາວ ຈະມີຄວາມ ກ້າວຫນ້າ ທາງດ້ານ ການແພດ ຫລາຍປານໃດ ກໍ່ຕາມ ແຕ່ກໍ່ຍັງ ບໍ່ສາມາດ ກຳຈັດ ໂຣຄໄຂ້ປ່າ ມາເລເລັຽ ໃຫ້ຫມົດໄປໄດ້. ໂຣຄດ່ັງກ່າວ ຍັງເຮັດໃຫ້ ຄົນເສັຽ ຊີວິດສູງ ຢູ່ໃນລາວ ໂດຍສະເພາະ ໃນເຂດພາກໃຕ້ ແລະ ເຂດ ຊົນນະບົດ ທີ່ຂາດການ ດູແລຮັກສາ ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ກຸ່ມສ່ຽງເຮົາ ຈະແບ່ງ ເປັນເຂດ ໂດຍສະເພາະ ແມ່ນເຂດ ຢູ່ຫ່າງໄກ ສອກຫລີກ ເຂດພູດອຍ ແລະກໍ່ເຂດ ທີ່ຢູ່ຕາມ ຊາຍແດນ ຢູ່ທາງເຂດໃຕ້ ຈະມີຫລາຍກວ່າ ຢູ່ໃນບັນດາ ເຂດທີ່ສ່ຽງຕໍ່ ການຕິດເຊື້ອ ກໍ່ຍັງມີ ບັນຫາຢູ່ ຫລາຍ ການຄວບຄຸມ ການບໍຣິການ ດ້ານສາທາ ຍັງໄປບໍ່ທັນຮອດ ການເຈັບ ການຕາຍ ຍັງສູງຢູ່".
ສຳລັບເລຶ້ອງ ຢາປ້ອງກັນ ໄຂ້ປ່າ ມາເລເລັຽ ນັ້ນ ທ່ານວ່າ ສ່ວນຫລາຍ ແມ່ນເອົາ ມາຈາກຈີນ ໂດຍໄດ້ຮັບທຶນ ຈາກອົງການ ເອກກະຊົນ ການໃຫ້ຢາ ສ່ວນໃຫຍ່ ແມ່ນ ເນັ້ນໃສ່ ປະຊາຊົນ ໃນເຂດຫ່າງໃກ ສອກຫລີກ ຫລາຍກວ່າ ບ່ອນທີ່ການ ບໍຣິການ ຍັງບໍ່ໄປເຖິງ. ສ່ວນໃນເຂດ ໃນເມືອງ ອັດຕຣາການ ຕິດເຊື້ອ ກໍ່ລຸດລົງ ແດ່ແລ້ວ.
ເນື່ອງຈາກວ່າ ສປປລາວ ປົກຫຸ້ມໄປດ້ວຍ ພູຜາປ່າໄມ້ ແມ່ນ້ຳລຳທານ ແລະ ຫ້ວຍຮ່ອງ ຄອງບຶງ ໃນຫລາຍພື້ນທີ່ ທົ່ວປະເທດ ຈຶ່ງກາຍເປັນ ຈຸດເພາະພັນ ຂອງ ຍຸງລາຍ ໄດ້ຢ່າງງ່າຍດ່າຍ ແລະ ກໍ່ຍາກໃນ ການກຳຈັດ ທ່ານກ່າວເພີ້ມ ອີກວ່າ:
"ເປັນໂຣຄ ທີ່ຫນ້າຢ້ານຢູ່ ເພາະວ່າ ເຮົາຍັງມີ ຫລາຍເຂດ ຫລາຍທ້ອງຖີ່ນ ທີ່ພວກເຮົາ ຍັງບໍສາມາດ ບໍຣິການ ໄດ້ເທື່ອ ນອກຈາກນັ້ນ ປະຊາຊົນ ຫລວງຫລາຍ ຈຳນວນນື່ງ ຢູ່ຫ່າງໄກ ສອກຫລີກ ຈາກບ່ອນ ບໍຣິການ ກຸ່ມດ່ັງກ່າວນີ້ ເປັນກຸ່ມສ່ຽງ ຕໍ່ການເຈັບເປັນ ແລ້ວເສັຽຊິວິດ".
ທ່ານວ່າ ປະຊາຊົນ ທີ່ອາສັຍ ໃນເຂດ ກຸ່ມສ່ຽງນີ້ ສ່ວນຫລາຍ ແມ່ນຊາວເຜົ່າ ປະກອບ ອາຊີບ ດ້ວຍການເຮັດໄຮ່ ອາສັຍ ຢູ່ຕາມປ່າໄກ ຈາກຕົວເມືອງ. ທາງການລາວ ມີນະໂຍບາຍ ໂຍກຍ້າຍ ປະຊາຊົນ ກຸ່ມດ່ັງກ່າວ ໃຫ້ມາຢູ່ບ່ອນ ທີ່ຫມັ້ນຄົງ ໃນການ ທຳມາຫາກິນ ແລະງ່າຍ ຕໍ່ການ ບໍຣິການ ທາງດ້ານ ສາທາຣະນະສຸຂ.