ກົດຟັງສຽງ
ທ່ານ ສົມໃຈ ສີວໍລະວົງ ຫົວໜ້າຂແນງ ຄຸ້ມຄອງ ການຂົນສົ່ງ ທາງນໍ້າ ທາງບົກ ແຂວງບໍ່ແກ້ວ ເວົ້າເມື່ອບໍ່ດົນ ມານີ້ວ່າ ໄພແຫ່ງແລ້ງ ໃນປີນີ້ ໄດ້ເກີດຂຶ້ນໄວ, ນໍ້າໃນແມ່ນໍ້າຂອງ ທາງພາກເໜືອ ຂອງລາວ ບົກແຫ້ງລົງໄວ ຈົນສາມາດ ເບິ່ງເຫັນຫາດຊາຍ ແລະ ດອນຕ່າງໆຜຸດຂຶ້ນ ຕາມລໍາແມ່ນໍ້າຂອງ.
ໃນປັດຈຸບັນ ເຮືອຂົນສົ່ງສິນຄ້າ ຂນາດປະມານ 100 ຕັນ ລົງມາ ແລ່ນໄປມາໄດ້ ຣະຫວ່າງ ລາວ, ໄທ ແລະຈີນ. ສ່ວນເຮືອບັນ ທຸກຂນາດ 200 ຕັນ ແລ່ນບໍ່ໄດ້ ຕາມປົກກະຕິ ຍ້ອນຄາແກ້ງ ແລະ ຫາດຊາຍ. ຕາມທັມດາ ເຮືອຂົນສົ່ງສິນຄ້າ ແລ່ນຂຶ້ນລ່ອງ ປະມານ ວັນນຶ່ງ 5 ລໍາ. ແຕ່ຂນະນີ້ ມີແຕ່ 2 ລໍາ. ເຮັດໃຫ້ນັກ ທຸຣະກິດ ລາວ, ໄທ ແລະຈີນ ຕ້ອງໄດ້ຂົນສົ່ງ ສິນຄ້າ ທາງບົກແທນ ໂດຍໃຊ້ ເສັ້ນທາງຖນົນ R3. ສິນຄ້າຈາກຈີນ ຕ້ອງຜ່ານແຂວງ ຫລວງນໍ້າທາ, ບໍ່ແກ້ວ ໄປແຂວງຊຽງຮາຍ ຂອງໄທ.
ເຈົ້າໜ້າທີ່ ໂຍທາທິການ ແລະຂົນສົ່ງ ແຂວງບໍ່ແກ້ວ ເປັນຫ່ວງຢ້ານວ່າ ຖນົນ R3 ຈະເປ່ເພຫລາຍຂຶ້ນ ຍ້ອນວ່າເສັ້ນທາງ ສາຍນີ້ ບໍ່ໄດ້ມາຕຖານ ສໍາລັບ ຂົນສົ່ງສິນຄ້າ ຊຶ່ງສ່ວນໃຫຍ່ ມີແຕ່ຣົຖບັນທຸກ ສິນຄ້າຂນາດໜັກໆ.
ທ່ານ ສົມໃຈ ເວົ້າຕື່ມອີກວ່າ ນໍ້າຂອງບົກລົງ ນໍາເລື້ອຍໆ ໂດຍສະເພາະ ຣະຍະ ເດືອນ ເມສາ ຍິ່ງຈະມີຄວາມ ສ່ຽງສູງ ທີ່ຣະດັບນໍ້າຂອງ ຈະບົກແຫ້ງລົງ ຈົນເຮືອນ້ອຍ ຂົນສົ່ງນັກທ່ອງທ່ຽວ ບໍ່ສາມາດ ແລ່ນໄປມາໄດ້ ແລະຈະເຮັດໃຫ້ ເຈົ້າຂອງເຮືອ ແລະ ບໍຣິສັດ ທ່ອງທ່ຽວ ໄດ້ຮັບຜົນກະທົບ.
