ກົດຟັງສຽງ
ເມືອງໂພນໂຮງ ກໍຄື ເມືອງອື່ນໆ ຂອງລາວ ກຳລັງ ປະຕິບັດ ຕາມແຜນພັທນາ ການສຶກສາ ຂອງຣັຖບານ ເຊັ່ນ: ກຳລັງເຮັດໃຫ້ ທຸກບ້ານ ມີໂຮງຮຽນ ຢ່າງໜ້ອຍໃຫ້ມີ ໂຮງຮຽນ ຊັ້ນປະຖົມ; ສຳຣັບບ້ານທີ່ມີ ໂຮງຮຽນແລ້ວ ແຕ່ເປ່ເພ ທາງການຈະສ້ອມແປງ ແລະ ຈະສ້າງໃໝ່ສຳລັບ ບ້ານທີ່ຍັງບໍ່ມີ ໂຮງຮຽນ. ເຈົ້າໜ້າທີ່ຫ້ອງການ ການສຶກສາ ເມືອງໂພນໂຮງ ກ່າວກ່ຽວກັບ ເຣື່ອງນີ້ຕອນນຶ່ງວ່າ:
“ສຳຣັບການຊຸກ ຍູ້ສົ່ງເສີມໃຫ້ເຂົ້າ ໂຮງຮຽນນີ່ ໝາຍຄວາມວ່າ ເມືອງໂພນໂຮງ ເຮົາ ແມ່ນມີໂຮງຮຽນ ທຸກບ້ານ ແລະກໍໂຮງຮຽນ ແຕ່ລະຫລັງແມ່ນ ໄດ້ຮັບການປົວແປງ ເປັນອາຄານ ທີວ່າ ໄດ້ມາຕຖານດີຂື້ນ ແລະ ກໍເດັກໃນເກນ ເຂົ້າຮຽນນີ້ແມ່ນ ຢູ່ໃນຣະດັບທີ່ ຊັ້ນເຖິງມອບ ໝາຍໃຫ້.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ການ ສຶກສາເມືອງໂພນໂຮງ ທ່ານນີ້ຍັງ ເວົ້າວ່າ ການພັທນາ ການສຶກສາຢູ່ເຂດ ເມືອງໂພນໂຮງ ຍັງບໍ່ທັນກ້າວໜ້າ ໄວເທົ່າທີ່ຄວນ ເພາະຍັງຂາດເຂີນ ຫຼາຍຢ່າງ ເປັນຕົ້ນຂາດເຂີນ ງົບປະມານ ຄຣູ ແລະ ປື້ມຮຽນປື້ມສອນ. ປັດຈຸບັນ ການພັທນາການ ສຶກສາ ຍັງບໍ່ທົ່ວເຖິງ; ເຂດສອກຫລີກຫ່າງໄກ ຍັງຂາດເຂີນ ທຸກຢ່າງ; ເດັກນ້ອຍ ຍັງບໍ່ໄດ້ ຮັບການສຶກສາ ທີ່ດີ ຮຽນຈົນແລ້ວບໍ່ສາມາດ ໄປຮຽນຕໍ່ ຂັ້ນສູງໄດ້.
ໃນທົ່ວປະເທດ ກໍເຊັ່ນດຽວກັນ ການພັທນາການ ສຶກສາ ຢູ່ ສປປລາວ ຍັງບໍ່ທັນກ້າວໜ້າໄວ ເທົ່າທີ່ຄວນ ເພາະຣັຖບານ ບໍ່ມີເງິນ; ຣັຖບານຈັດ ງົບປະມານ ສຳລັບການສຶກສາ ບໍ່ຫລາຍ ພຽງແຕ່ 10 ສ່ວນຮ້ອຍ ຂອງຜົນຜລິດ ລວມພາຍ ໃນປະເທດເທົ່ານັ້ນ ໜ້ອຍກວ່າຫລາຍ ປະເທດ ໃນເອເຊັຍຕາວັນອອກ ສ່ຽງໃຕ້.
