ຂ.ຜົ້ງສາລີ ຂາດດູນການຄ້າ
2011.12.27
ກົດຟັງສຽງ
ສິນຄ້າ ສົ່ງອອກ ຂອງ ແຂວງ ຜົ້ງສາລີ ໃນປີ 2010-2011 ມີມູລຄ່າ ຫຼາຍກວ່າປີ 2009 ແຕ່ກໍຍັງ ໜ້ອຍກວ່າ ສິນຄ້າ ທີ່ນໍາເຂົ້າ ເຮັດໃຫ້ແຂວງ ຂາດດູລການຄ້າ ກັບຈີນ ແລະ ວຽດນາມ ຊຶ່ງເປັນ ຄູ່ການຄ້າຫຼັກ ຂອງແຂວງ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກ ອຸດສາຫະກັມ ແລະ ການຄ້າ ແຂວງ ຜົ້ງສາລີ:
"ສິນຄ້າ ສ່ວນຫລາຍ ຂອງແຂວງນີ້ ແມ່ນສິນຄ້າ ຕົ້ນຕໍ ແມ່ນສິນຄ້າ ກະສິກັມ ເພາະເຄື່ອງຈັກ ໂຮງງານ ບໍ່ທັນມີເທື່ອ ມີແຕ່ສ່ວນຫລາຍ ແມ່ນອອກໄປ ທາງ ສປປຈີນ ສິນຄ້າ ສົ່ງອອກ ສົກປີ 2010 2011 ເຮົາຈັດ ຕັ້ງໄດ້ ກໍຕົກຢູ່ 6 ລ້ານ ກວ່າໂດລາ ສິນຄ້ານໍາເຂົ້າ ກໍປະມານຢູ່ 8 ລ້ານ ກວ່າໂດລາ ຈະເກີນດູລມັນ ຈະບໍ່ພໍນະ ເພາະສົ່ງອອກ ມັນຈະໜ້ອຍກວ່າ".
ທ່ານເວົ້າວ່າ ສິນຄ້າ ແຂວງຜົ້ງສາລີ ສ່ວນຫລາຍ ຈະສົ່ງໄປ ຈີນ ແລະ ວຽດນາມ ແຕ່ເປັນສ່ວນໜ້ອຍ ສິນຄ້າ ສົ່ງອອກ ເປັນສິນຄ້າ ກະສິກັມ ເຊັ່ນເຂົ້າສາລີ ໝາກເຜັດ ໝາກອຶ ໝາກຖົ່ວ ມັນຝຣັ່ງ ເປັນຕົ້ນ ສ່ວນ ສິນຄ້າ ທີ່ນໍາເຂົ້າ ຈາກຈີນ ກໍເປັນ ເຄື່ອງຈັກ ໃຊ້ໃນການ ກະສິກັມ ຊຶ່ງເປັນທີ່ ຕ້ອງການ ຢ່າງຫຼວງຫຼາຍ ໃນແຂວງ ເພາະເປັນຊ່ວງ ພັທນາ ການກະສິກັມ ໃຊ້ເຄື່ອງຈັກ ແລ້ວ ບໍ່ຄືແຕ່ກ່ອນ.
ແຂວງ ຜົ້ງສາລີ ເຮັດ ທຸຣະກິດ ກັບຈີນຫຼາຍຂຶ້ນ ເພາະມີພໍ່ຄ້າ ຄົນຈີນ ເຂົ້າມາໃນ ແຂວງຫລາຍຂື້ນ ສໍາລັບບັນຫາ ທີ່ ເຮັດໃຫ້ຊາວ ກະສິກອນ ແຂວງ ຜົ້ງສາລີ ບໍ່ສາມາດ ຜລິດພືດຜົລ ໄດ້ຫຼາຍ ພຽງພໍນັ້ນ ທ່ານວ່າ ສ່ວນນຶ່ງ ກໍຍ້ອນຍັງຂາດ ຄວາມຮູ້ດ້ານ ກະສິກັມ ເພື່ອ ທຸຣະກິດ ແລະ ຍັງຄ້າງຄາ ເຣື່ອງການ ຂົນສົ່ງ ສິນຄ້າ ນໍາອີກດ້ວຍ.