ກົດຟັງສຽງ
ທ່ານ ລັງສີ ສີບຸນເຮືອງ ຮອງອັຍການ ປະຊາຊົນ ສຸງສຸດ ອົງການ ອັຍການ ສານປະຊາຊົນ ທີ່ນະຄອນ ຫລວງວຽງຈັນ ກ່າວວ່າ ໃນຣະຍະທີ່ ຜ່ານມາ ວຽກງານ ອັຍການກ່ຽວກັບ ການດຳເນີນຄະດີ ໃນສານ ຍັງມີຄວາມຫຍຸ້ງຍາກ ຫລາຍຢູ່ ກ່ຽວກັບການ ພິຈາຣະນາ ແລະ ຕັດສີນຄະດີ ຍ້ອນວ່າ ຂາດຂໍ້ມູນ ແລະ ຫລັກຖານທີ່ຈະມາ ໃຊ້ໃນການດຳເນີນ ຄະດີ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ການດຳເນີນຄະດີ ອາຍາຣະຍະ ຜ່ານມາ ມັນຫຍຸ້ງຍາກ ເພາະວ່າອົງການ ສືບສວນສອບສວນ ປະກອບສຳເນົາ ມາບໍ່ຄົບ ບາງທີອັຍການ ກໍ່ສັ່ງຟ້ອງບໍ່ໄດ້ ເຈົ້າຫນ້າທີ່ ປະກອບເອກກະສານ ໃຫ້ມັນບໍ່ຄົບ ດຳເນີນການບໍ່ໄດ້ ສັ່ງຟ້ອງບໍ່ໄດ້ ກໍ່ເລີຍວ່າເກີດມີ ບັນຫາຫລາຍ".
ທ່ານກ່າວຕໍ່ໄປວ່າ ຫນ່ວຍງານສືບສວນ ໃນສປປລາວ ເປັນຫນ່ວຍງານ ສອບສວນຄະດີ ຂັ້ນຕົ້ນ ກ່ອນຈະມາຮອດ ຫ້ອງການອັຍການ ເຊັ່ນກຸ່ມ ຕຳຣວດ ພາສີ ປ່າໄມ້ ແລະອົງການຕ້ານ ການສໍ້ຣາສ ບັງຫລວງ ຊຶ່ງບາງຄັ້ງ ໃນຣະຍະ ທີ່ຜ່ານມາ ເອກກະສານທີ່ໄດ້ມາ ມີຂໍ້ມູນບໍ່ຫນັກແຫນ້ນ ແລະຮັດກຸມ ເພາະຂາດຄວາມຮູ້ ແລະ ອຸປກອນທີ່ທັນສມັຍ ໃນການເກັບກຳຂໍ້ມູນ. ທ່ານກ່າວເພີ້ມອີກວ່າ:
"ແກ້ກໍ່ຄື ຄວາມຫມາຍວ່າ ຕ້ອງໄດ້ເພີ້ມວຽກ ເຈົ້າຫນ້າທີ່ ສືບສວນ ໃຫ້ຂະເຈົ້າ ເຄື່ອນໄຫວວຽກງານ ໃຫ້ມັນຮັດກຸມ ກວ່ານີ້ ໃຫ້ມັນໄດ້ຂໍ້ມູນ ທີ່ຊັດເຈນກວ່ານີ້".
ທ່ານວ່າ ເຖິງແມ່ນວ່າ ຈະມີບັນຫາດັ່ງກ່າວ ທາງອົງການ ອັຍການ ປະຊາຊົນສຸງສຸດ ຍັງຈະສືບຕໍ່ ໃນການດຳເນີນ ຄະດີ ໃຫ້ຖືກຕ້ອງຕາມ ກົດຫມາຍ ເພື່ອໃຫ້ຄວາມຍຸຕິທັມ ແກ່ທຸກຝ່າຍ ໃນສານ.
