ກົດຟັງສຽງ
ໃນອາທິດນີ້ ທະນາຄານໂລກ ໄດ້ອະນຸມັດ ທຶນຊ່ວຍເຫລຶອລ້າ ປະມານ 1 ລ້ານ 8 ແສນໂດລາ ໃຫ້ແກ່ ຣັຖບານລາວ ເພື່ອໃຊ້ໃນໂຄງການ ຂຍາຍກະແສໄຟຟ້າ ໄປສູ່ເຂດ ຊົນນະບົດ. ການອະນຸມັດ ດັ່ງກ່າວ ເປັນພາກສ່ວນ ຂັ້ນທີສອງ ໃນການຊ່ວຍເຫລືອ ໃນໂຄງການຖິດຕັ້ງ ກະແສໄຟຟ້າ ໄປສູ່ເຂດ ຊົນນະບົດ.
ທະນາຄານໂລກ ເຄີຍໃຫ້ການຊ່ວຍເຫລືອ ຣັຖບານລາວ ໃນໂຄງການດັ່ງກ່າວ ເລີ້ມແຕ່ປີ 1987 ເປັນຕົ້ນມາ ທີ່ເຮັດໃຫ້ ປະຊາຊົນ ໃນເຂດ ຊົນນະບົດ ປະມານ 150 ຄອບຄົວ ມີໄຟຟ້າໃຊ້ ໃນເວລານັ້ນ ແລະໃນປັດຈຸບັນ ແຜນການດັ່ງກ່າວ ໄດ້ຊ່ວຍໃຫ້ ປະຊາຊົນລາວ ໃນເຂດຊົນນະບົດ ໂດຍທົ່ວໄປ ມີໄຟຟ້າໃຊ້ເຖິງ 20 ສ່ວນຮ້ອຍ. ແຜນການທົ່ວໄປ ຂອງ ທະນາຄານໂລກ ກໍ່ແມ່ນຊ່ວຍເຫລືອ ຣັຖບານລາວ ໃຫ້ສຳເຣັດເປົ້າໝາຍ ທີ່ຈະໃຫ້ ປະຊາຊົນລາວ ໃນທົ່ວປະເທດ ໄດ້ມີໄຟຟ້າໃຊ້ 90 ສ່ວນຮ້ອຍ ໃນປີ 2020.
ໂຄງການຂຍາຍ ກະແສໄຟຟ້າ ໄປສູ່ເຂດຊົນນະບົດ ແມ່ນຢູ່ໃນແຜນການ ພັທນາເສຖກິດ ແລະ ສັງຄົມຂອງຣັຖບານ ສປປລາວ ໃນການພັທນາ ເຂດຊົນບົດ ໃຫ້ລຸດພົ້ນຈາກ ສະພາບຄວາມ ທຸກຍາກ ໃນປີ 2020.
