ກົດຟັງສຽງ
ເຫດແຜ່ນດີນໄຫວ ທີ່ແທກໄດ້ 4.7 ເຣັກເຕີ ໃນມື້ວັນພຸດ ທີ່ແຂວງ ໄຊຍະບຸຣີ ສປປລາວ ສົ່ງຄວາມສັ່ນສະເທືອນ ໄປສູ່ຫລາຍແຂວງ ພາກເໜືອຂອງໄທ. ຄວາມສັ່ນສະເທືອນ ດັ່ງກ່າວ ສົ່ງຜົລກະທົບ ຕໍ່ໂຮງພຍາບານ ແຂວງເລີຍປະມານ 5 ວິນາທີ ເຮັດໃຫ້ຄົນໄຂ້ ແລະເຈົ້າຫນ້າທີ່ ໂຮງພຍາບານພາກັນ ແລ່ນອອກຈາກສະຖານທີ່ ດັ່ງກ່າວ ແລະ ຕືກອາຄານອື່ນໆ ໃນເຂດນັ້ນ ເພື່ອລີ້ພັຍ. ດັ່ງເຈົ້າຫນ້າທີ່ ກົມອຸຕຸນີຍົມ ແລະ ອຸທົກກະສາດລາວ ກ່າວໃນຕອນນື່ງວ່າ:
"ທີ່ຜ່ານມາ ວ່າງສອງປີກ່ອນ ເຫດແຜ່ນດີນໄຫວ ທີ່ເກີດຢູ່ ແຕ່ໃນລາວ ບໍ່ເປັນຫຍັງ ແຕ່ຢູ່ໄທ ມີລາຍງານວ່າ ເຮືອນຊານ ໃນບາງເຂດເສັຍຫາຍ ເຫດເກີດຂື້ນ ໃຕ້ພູ ປະມານ 40 ກິໂລແມັດ ຫ່າງຈາກເມືອງ ໃນລາວ ບໍ່ມີຫຍັງເສັຽຫາຍ ຝັ່ງໄທເພີ່ນ ອອກຂ່າວ ມີການເສັຽຫາຍ ແນວນັ້ນ ແນວນີ້ຫັ້ນຫນາ".
ນອກຈາກນັ້ນ ຄວາມສັ່ນສະເທືອນ ຍັງໄປຮອດແຂວງນ່ານ ແພຣ ອຸດອນທານີ ຫນອງຄາຍ ຫນອງບົວລຳພູ ແລະ ຂອນແກ່ນນຳອີກ. ທີ່ແຂວງນ່ານ ວັດເກົ່າແກ່ແຫ່ງນື່ງ ທີ່ມີອາຍຸກວ່າ 500 ປີ ມີຮອຍແຕກຕາມຕຶກ ຄວາມຍາວ ຂອງຮອຍແຕກ ບາງບອ່ນເຖິງ 3 ແມດ ໄປທົ່ວຕຶກ. ແຕ່ທີ່ແຂວງອື່ນໆ ຍັງບໍ່ມີລາຍງານ ຄວາມເສັຽຫາຍ ຄາດວ່າ ຈະບໍ່ມີຄວາມ ເສັຽຫາຍ ຫລາຍປານໃດ.
ຈຸດສູນກາງ ຂອງແຜ່ນດີນໄຫວ ແມ່ນຢູ່ໃນເຂດ ຮ່ອມພູ ທີ່ແຂວງ ໄຊຍະບູຣີ ທີ່ຫ່າງຈາກ ເມືອງແມ່ຣີມ ແຂວງນ່ານປະມານ 55 ກິໂລແມດ. ວ່າງເຫດແຜ່ນດີນໄຫວ ທີ່ແທກໄດ້ 6.1 ເຣັກເຕີ ທາງພາກຕາເວັນຕົກ ຂອງລາວ ໃນປີ 2007 ເຮັດໃຫ້ຕືກສູງ ທີ່ປະເທດໄທ ແລະ ວຽດນາມ ສັ່ນສະເທືອນເລັກນ້ອຍ. ແຕ່ເທື່ອນີ້ບໍ່ມີ ເຫດການດ່ັງກ່າວ ເກິດຂື້ນກັບຕືກສຸງ ໃນໄທ.
