ກົດຟັງສຽງ
ພັຍທັມຊາຕ ແຜ່ນດິນໄຫວ ເກີດຂຶ້ນຢູ່ ແຂວງ ໄຊຍະບູຣີ ໃນຕອນກາງຄືນ ຂອງມື້ວັນພຸທ ຜ່ານມາ ນີ້ ຊຶ່ງມີຄວາມແຮງ 4.7 ຕາມເຄື່ອງ ວັດແທກຣິຄເຕີ໊ຣ໌ (Richter scale) ເຮັດໃຫ້ມີ ຄວາມສັ່ນສະເທືອນ ໄປທົ່ວເຂຕພາຄເໜືອ ຂອງປະເທສ ເປັນຊົ່ວ ຣະຍະໜຶ່ງ ແຕ່ປະຊາຊົນ ທ້ອງຖິ່ນບາງຄົນ ອາຈບໍ່ຮູ້ຊ້ຳ ວ່າມີແຜ່ນດິນໄຫວ ເກີດຂຶ້ນ ກໍເປັນໄດ້. ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ຫລື “ປກສ” ປະຈຳແຂວງ ໄຊຍະບູຣີ ກໍໄດ້ໃຫ້ ກາຣຊີ້ແຈງ ຕໍ່ເອເຊັຽເສຣີວ່າ:
”ໄດ້ຍິນຂ່າວຊື່ໆ ເຂົາວ່າໄຫວເນາະ ປະມານ..ໝົ້ງ 11:00 ໂມງຂອງມື້ຄືນ ນີ້ໆນ໋າ…10:00 ໂມງປາຍ… (ຫລື) 11:00 ໂມງຍັງນີ້ແຫລະ..., ເຣື່ອງຄວາມ ເສັຽຫາຍນີ້ ບໍ່ມີ ຫຍັງດອກ.. ໄດ້ຍິນແຕ່ວ່າ..ປະຕູ…ໜ້າຕ່າງ (ປ່ອງຢ້ຽມ) ບໍ? ດັງຄຶກ..ຄັກ..,ຄຶກ..ຄັກ.ໆໆ ຄືທັມມະດາຊື່ໆ.. ບໍ່ທັນມີ ອັນສິວ່າຮຸນແຮງ ອີຫຍັງນັ້ນ ບໍ່ມີເທື່ອ!”
ພ້ອມດຽວກັນ ກໍມີ ຣາຍງານວ່າ ຕຶກອາຄາຣ ຢູ່ແຂວງເລີຍ ກໍມີກາຣ ສັ່ນສະເທືອນ ເຊັ່ນກັນປະມານ 5 ວິນາທີ ເຮັດໃຫ້ເຈົ້າໜ້າທີ່ ຢູ່ໂຮງພຍາບາລ ຕ້ອງໄດ້ຟ້າວ ຍ້າຍຄົນປ່ວຍ ອອກໄປຢູ່ຂ້າງນອກ ເພື່ອຄວາມປອດພັຍ ແລະວ່າ ມີຄວາມ ສັ່ນສະເທືອນ ກວມໄປເຖິງ ຫລາຍໆແຂວງ ໃນປະເທສໄທຽ ເຊັ່ນ ແຂວງ: ນ່ານ ແພ່ ອຸດອນ ໜອງຄາຍ ໜອງບົວລຳພູ ແລະຂອນແກ່ນ.
ຢ່າງໃດກໍຕາມ ສູນກາງຂອງ ຄວາມສັ່ນສະເທືອນ ຫລືຈຸດທີ່ເກີດ ມີແຜ່ນດິນໄຫວ ແທ້ໆນັ້ນ ແມ່ນຢູ່ໃນຣະຫວ່າງ ເມືອງທົ່ງມີໄຊ ແລະ ເມືອງພຽງ ໃນແຂວງ ໄຊຍະບູຣີ.
