ການໄຟຟ້າຣາຊບຸຣີ ຈະຊື້ຫຸ້ນຫຼັກຊັບລາວ

ບໍຣິສັດ ຜລິດໄຟຟ້າ ຣາຊບຸຣີ ຈະຊື້ຫຸ້ນ ຫລັກຊັບ ຂອງບໍຣິສັດ ຜລິດໄຟຟ້າ ລາວ.

0:00 / 0:00

ກົດຟັງສຽງ

ບໍຣິສັດ ຜລິດໄຟຟ້າ ຣາຊບຸຣີ ຊື່ງເປັນບໍຣິສັດ ຈົດທະບຽນ ໃນຕລາດຫຸ້ນ ຫັລກຊັບຂອງໄທ ຖແລງ ໃນວັນສຸກ ນີ້ວ່າ ບໍຣິສັດສາຂາ ຈະລົງທືນ 43.3 ລ້ານ usd ເພື່ອຊື້ຫຸ້ນ ຫລັກຊັບ ຂອງບໍຣິສັດ ຜລິດໄຟຟ້າລາວ EDL-Generation ທີ່ຈົດທະບຽນ ໃນຕລາດຫຸ້ນ ຫລັກຊັບຂອງລາວ ໃນຈໍານວນຫຸ້ນ ທີ່ສະເໜີຂາຍ ໃນຂັ້ນຕົ້ນ ຫລືວ່າ IPO. ຫຸ້ນຫລັກຊັບ ຂອງບໍຣິສັດ ຜລິດໄຟຟ້າລາວ EDL-Generation ຈະເປັນຫຸ້ນຫລັກຊັບ ທໍາອິດ ທີ່ຈະຂາຍ ໃນຕລາດຫຸ້ນ ຫລັກຊັບຂອງລາວ ໃນວັນທີ 11 ມົກກະຣາ ນີ້.

ບໍຣິສັດ Ratchburi ວ່າ ການຊື້ຫຸ້ນຫລັກຊັບ ນີ້ເປັນໄປ ຕາມນະໂຍບາຍ ການຂຍາຍການ ລົງທືນ ໃນຕ່າງປະເທດ ຂອງບໍຣິສັດ ແລະ ມີແຜນລົງທືນ ລະຍະຍາວ ໃນ ສປປ ລາວ. ບໍຣິສັດ ໄຟຟ້າລາວ EDL ຖືຫຸ້ນ 75% ຢູ່ໃນ ບໍຣິສັດ ຜລິດໄຟຟ້າ ລາວ EDL-Generation. ບໍຣິສັດ ຜລິດໄຟຟ້າ ລາວ EDL-Generation ມີນະໂຍບາຍ ຈ່າຍດອກເບັ້ຽລາຍ ໄດ້ບໍ່ຕໍ່າກ່ວາ 50% ຂອງກໍາໄລສຸທທິ ແກ່ຜູ້ຖືຫຸ້ນ ຂອງບໍຣິສັດນີ້.