ເດັກນ້ອຍໃນສປປລາວ ຍັງຂາດເຂີນປື້ມອ່ານ

ເດັກນ້ອຍ ຢູ່ລາວ ອ່ານໜັງສື ບໍ່ເກັ່ງ ຍ້ອນປຶ້ມອ່ານ ບໍ່ມີ ພຽງພໍ ແລະ ຖ້າຈະຊື້ ຣາຄາ ກໍແພງ.

0:00 / 0:00

ກົດຟັງສຽງ

ເດັກນ້ອຍລາວ ທົ່ວໄປ ໂດຍສະເພາະ ໃນເຂດ ຊົນນະບົດ ອ່ານໜັງສື ບໍ່ເກ່ັງ ສາຍເຫດ ກໍມີຫລາຍ ຢ່າງເຊັ່ນ ປຶ້ມອ່ານ ບໍ່ມີພຽງພໍ ແລະ ປຶ້ມທີ່ມີຢູ່ ຕາມຮ້ານ ຂາຍໜັງສຶ ກໍແພງ ຈົນພໍ່ແມ່ ຫລື ຜູ້ປົກຄອງ ບໍ່ສາມາດ ຊື້ປຶ້ມ ໃຫ້ອ່ານໄດ້, ຈື່ງເຮັດໃຫ້ ພື້ນຖານ ການຮຽນ ບໍ່ໄດ້ດີ ເທົ່າທີ່ຄວນ. ດັ່ງເຈົ້າ ໜ້າທີ່ ຫົວໜ້າ ອົງການ ສາກົນ ທີ່ສົ່ງເສີມ ການສຶກສາ ໃນລາວ ເວົ້າວ່າ:

"ແລະຕາມ ໂຕເອງ ສັງເກດ ຫລາຍບັນຫາ ທີ່ເຮັດໃຫ້ ເດັກນ້ອຍ ບໍ່ມັກອ່ານ ບໍ່ພຽງແຕ່ ອັນດຽວ ບໍ່ສາມາດເວົ້າໄດ້ ປຶ້ມບໍຫລາຍ ກໍມີປຶ້ມ ທີ່ນ່າສົນໃຈ ອ່ານ ແຕ່ວ່າ ຂະເຈົ້າ ບໍ່ຊື້ອ່ານ ບໍ່ມີເງິນບໍ ຣາຄາປຶ້ມ ມັນແພງບໍ ເລີຍເຮັດໃຫ້ ຂະເຈົ້າ ມີພື້ນຖານ ອ່ານພາສາລາວ ບໍ່ເກ່ັງ".

ນາງເວົ້າອີກວ່າ ການອ່ານ ແມ່ນພື້ນຖານ ຂອງ ການຮຽນຮູ້, ຫາກເດັກນ້ອຍ ໄດ້ອ່ານຫລາຍ ມີປຶ້ມ ໃຫ້ອ່ານຫລາຍ ກໍຈະເຮັດໃຫ້ ເດັກນ້ອຍ ມີການພັທນາ ມີພື້ນຖານ ຄວາມຮູ້ທີ່ດີ, ແຕ່ ສປປລາວ ມີບັນຫາ ຂາດ ປຶ້ມອ່ານ ແລະ ປຶ້ມ ກໍແພງອີກ. ສ່ວນໃຫຍ່ ຕາມ ໂຮງຮຽນຕ່າງໆ ກໍບໍ່ມີ ຫ້ອງສມຸດ ເດັກນ້ອຍ ຈຶ່ງບໍ່ມີ ປຶ້ມອ່ານ ແລະ ພື້ນຖານ ພາສາລາວ ຈຶ່ງບໍ່ແຂງ. ສ່ວນທາງການລາວ ກໍເນັ້ນໃສ່ ແຕ່ພັທນາ ກໍ່ສ້າງ ໂຮງຮຽນ ບໍ່ໄດ້ສົນໃຈ ນໍາການ ພິມປຶ້ມ, ຈື່ງເຮັດໃຫ້ ໂຮງຮຽນ ມີແຕ່ປຶ້ມ ສະເພາະ ວິຊາຕ່າງໆ ເປັນສ່ວນໃຫຍ່ ແຕ່ບໍ່ມີ ປຶ້ມອ່ານ ອື່ນໆ ປະກອບ ໄປນໍາ.

ອົງການ Room to Read ເນັ້ນໃສ່ ການຊ່ວຍເຫລືອ ພັທນາ ຫ້ອງສມຸດ ບ່ອນອ່ານ ໜັງສື, ປຶ້ມອ່ານ ໂດຍໄດ້ເລີ້ມ ສ້າງ ຫ້ອງສມຸດ ໃນເຂດ ຊົນນະບົດ ຫລາຍແຫ່ງ ແຕ່ກໍຍັງ ບໍ່ທັນ ພຽງພໍເທື່ອ, ຈຶ່ງຮຽກຮ້ອງ ໃຫ້ ທາງຣັຖບານ ຫັນມາ ເອົາໃຈໃສ່ ກ່ຽວກັບ ບັນຫາ ການຂາດແຄນ ປຶ້ມ, ຫ້ອງສມຸດ ແລະ ພຍາຍາມ ຫລຸດຜ່ອນ ຣາຄາປຶ້ມ ໃຫ້ເໝາະສົມ.