ກົດຟັງສຽງ
ການຕັດສິນໃຈ ຂອງຣັຖບານ 4 ປະເທດ ກ່ຽວກັບ ການພັທນາ ແມ່ນໍ້າຂອງ ເພື່ອໃຫ້ ຍົກເລີກ ໂຄງການ ເຂື່ອນ ໄຟຟ້າ ຂນາດໃຫຍ່ ໃສ່ແມ່ນໍ້າຂອງ ໃນແຂວງ ໄຊຍະບູລີ ຂອງລາວ ເປັນການ ຊົ່ວຄາວນັ້ນ ບໍ່ປາກົດວ່າ ຈະມີຜົລ ກະທົບ ຕໍ່ຄວາມ ກະຕືລືລົ້ນ ຂອງບໍຣິສັດ ຊໍ ການຊ່າງ ຂອງໄທ ແຕ່ຢ່າງໃດເລີຍ. ຕາມຣາຍງານ ຂອງ The Vancouver Sun ສະບັບ ວັນທີ 5 ມີນາ ນີ້.
ອົງການ ແມ່ນໍ້າສາກົນ International Rivers ທີ່ມີ ສູນກາງຢູ່ ອະເມຣິກາ ກ່າວເມື່ອ ສັປດາທີ່ ຜ່ານມາວ່າ ຕົນມີ ຫລັກຖານ ກ່ຽວກັບ ການດໍາເນີນ ໂຄງການ ຂັ້ນຕົ້ນນັ້ນ ວ່າຍັງມີຢູ່ ຕລອດ ເຊັ່ນການສ້າງ ຖນົນເພື່ອ ອໍານວຍ ຄວາມສະດວກ ຕ່າງໆ ສໍາລັບ ໂຄງການ ທີ່ກໍານົດ ໃຊ້ເວລາ 8 ປີ ໃນການສ້າງ.
ການກໍ່ສ້າງ ທີ່ດໍາເນີນ ຢູ່ນັ້ນ ເປັນການທ້າທາຍ ຂໍ້ຕົກລົງ ຂອງບັນດາ ຣັຖມົນຕຣີ ສິ່ງແວດລ້ອມ ແລະ ແຫລ່ງນໍ້າ ຈາກຣັຖບານ 4 ປະເທດ ສະມາຊິກ ຄນະກັມມາທິການ ແມ່ນໍ້າຂອງ MRC ກັມພູຊາ ວຽດນາມ ລາວ ແລະໄທ ເມື່ອເດືອນ ທັນວາ 2011 ທີ່ວ່າ ໂຄງການ ມູນຄ່າ 3 ພັນ 5 ຮ້ອຍລ້ານ ໂດລາ ສະຫະຣັຖ ນັ້ນ ຄວນຖືກໂຈະ ໄປຈົນກວ່າ ຈະມີການ ສຶກສາຄໍານວນ ຜົນກະທົບ ຈາກໂຄງການ ເຂື່ອນນັ້ນ ໃຫ້ລະອຽດ ຄົບຖ້ວນ.
ຣັຖບານລາວ ໄດ້ເຮັດ ບົດຣາຍງານ ເບື້ອງຕົ້ນວ່າ ບໍ່ມີຜົນ ກະທົບ ຮ້າຍແຮງ ພໍເທົ່າໃດ ແຕ່ມີຜົນດີ ຫລາຍ ສໍາລັບ ເສຖກິດຂອງ ປະເທດ ແລະ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ລາວ.
ຢ່າງໃດກໍຕາມ ບົດຣາຍງານ ປີ 2010 ຂອງ MRC ໄດ້ເຕືອນວ່າ ໂຄງການເຂື່ອນ ໄຊຍະບູລີ ອາດເຮັດ ໃຫ້ປາ ໃນແມ່ນໍ້າຂອງ ຫລຸດໜ້ອຍລົງ ປາຫລາຍຊນິດ ອາດສູນພັນ ແລະ ການໄຫລຂອງ ນໍ້າຈະບໍ່ ສະດວກ ຊຶ່ງຈະກະທົບ ໃສ່ການ ຜລິດກະສິກັມ ນໍາດ້ວຍ. MRC ໄດ້ແນະນໍາ ໃຫ້ໂຈະ ທຸກໆໂຄງການ ເຂື່ອນ ທີ່ຈະສ້າງ ໃສ່ເຂດ ລຸ່ມແມ່ນໍ້າ ຂອງ ເປັນເວລາ 10 ປີ ຂນະທີ່ມີ ການສຶກສາ ຜົລກະທົບ ຕໍ່ໄປຕື່ມ ອີກ.
