ກົດໝາຍປອງດອງຊາຕ ໃນໄທກໍາລັງສັບສົນ

ກຸ່ມຄົນ ເສື້ອແດງ ໃນປະເທດ ໄທ ຖືກຮຽກຮ້ອງ ໃຫ້ຕໍ່ສູ້ເອົາ ກົດໝາຍ ປອງດອງຊາຕ.

0:00 / 0:00

ທ່ານ ທັກສິນ ຊິນນະວັດ ອະດີດ ນາຍົກ ຣັຖມົນຕຣີໄທ ທີ່ຖືກ ຄນະຣັຖປະຫານ ໂຄ່ນລົ້ມ ອໍານາດ ໄດ້ຮຽກຮ້ອງ ຜ່ານທາງ ວົງຈອນ ວີດີໂອ ຈາກທາງໄກ ໃຫ້ກຸ່ມຄົນ ເສື້ອແດງ ທີ່ສນັບສນູນ ທ່ານ ຕໍ່ສູ້ ເອົາກົດໝາຍ ປອງດອງຊາຕ ຄືນ ໃນວັນເສົາ ຜ່ານມານີ້ ຫລັງຈາກ ຮ່າງກົດໝາຍ ດັ່ງກ່າວ ຖືກສານ ຣັຖທັມະນູນໄທ ສັ່ງໃຫ້ ສະພາ ໂຈະການ ພິຈາຣະນາ ຊື່ງກໍານົດ ໃຫ້ມີຂື້ນ ຄັ້ງທີີ່ 3 ໃນວັນ ອັງຄານ ທີ່ຈະມາເຖິງນີ້. ຕາມລາຍງານ ໜັງສືພິມ ບາງກອກ ໂພສ. ໃນວັນເສົາ ຜ່ານມານີ້ ແນວໂຮມ ເພື່ອ ປະຊາທິປະຕັຍ ຕໍ່ຕ້ານ ການຜເດັດການ ຫລືມັກເອີ້ນ ກັນວ່າ ກຸ່ມຄົນເສື້ອແດງ ໄດ້ໂຮມ ຊຸມນຸມ ກັນຢູ່ ຫໍປະຊຸມ ໃຫ່ຽເມືອງ ທອງທານີ ແຂວງ ນົນທະບູຣີ ເພື່ອສລອງ ຄົບຮອບ 5 ປີ ຂອງລາຍການ ທາງ ໂທຣະທັດ ທີ່ມີຊື່ວ່າ ຄວາມຈິງ ໃນມື້ນີ້.

ທ່ານ ທັກສິນ ກ່າວຕໍ່ກຸ່ມ ເສື້ອແດງວ່າ: ພວກທ່ານ ຈະປ່ອຍໃຫ້ເຂົາເຈົ້າ ລັກເອົາ ສິດອໍານາດ ຂອງ ພວກທ່ານໄປ ອີກບໍ່? ແລະວ່າ ພວກເຮົາ ຈະບໍ່ເຊື່ອໝັ້ນ ນໍາສະຖານະການແລ້ວ ຍ້ອນວ່າເຂົາເຈົ້າ ບໍ່ຫລິ້ນ ຕາມກົດແລ້ວ. ທໍາອິດ ທ່ານ ຄິດວ່າ ການ ປອງດອງຊາຕ ຈະມີຂື້ນ ໃນໄວໆນີ້ ແຕ່ແລ້ວມັນ ກໍບໍ່ເປັນຈັ່ງຊັ້ນ. ລາຍງານວ່າ ໃນເວລາ ຊຸມນຸມນັ້ນ ຜູ້ນໍາເສື້ອແດງ ຫລາຍຄົນ ໄດ້ຂື້ນກ່າວ ໂຈມຕີ ຄໍາສັ່ງ ຂອງສານ ຣັຖທັມມະນູນ ແລະ ການຄັດຄ້ານ ຮ່າງກົດໝາຍ ປອງດອງຊາຕ ທີ່ນໍາພາ ໂດຍພັກ ປະຊາທິປັຕ ແລະ ກຸ່ມຄົນ ເສື້ອເຫລືອງ. ກຸ່ມເສື້ອເຫລືອງ ກັບພັກ ປະຊາທິປັຕ ອ້າງວ່າ ຮ່າງ ກົດໝາຍ ປອງດອງຊາຕ ມີ ເຈຕນາ ຊ່ວຍໃຫ້ ທ່ານ ທັກສິນ ກັບຄືນ ປະເທດ.