ກົດຟັງສຽງ
ກະຊວງ ການຕ່າງ ປະເທດ ສະຫະຣັຖ ອອກບົດ ລາຍງານ ກ່ຽວກັບ ການລະເມີດ ສິດທິ ນັບຖື ສາສນາ ໃນປະເທດ ຕ່າງໆ ທົ່ວໂລກ ປະຈຳປີ 2010, ໄດ້ຣະບຸ ວ່າ ສປປລາວ ຍັງເປັນ ປະເທດ ທີ່ ຈຳກັດ ຮັດແຄບ ສິດ ເສຣິພາບ ການນັບຖື ສາສນາ ອຶ່ນ ນອກຈາກ ສາສນາພຸທ ຫລາຍຢູ່ ເຊັ່ນ: ສາສນາ ຄາໂຕລິກ.
ການສິດສອນ ສາສນາ ຄາໂຕລິກ ໃນເຂດ ພາກເຫນືອ ຂອງລາວ ມີ ປະຊາຊົນ ພຽງຈຳນວນ ໜ້ອຍທີ່ ນັບຖື, ສ່ວນໃຫຍ່ ການສິດສອນ ຈະແມ່ນ ຢູ່ໃນບ້ານ ຂອງພວກ ຂະເຈົ້າເອງ ແຕ່ກໍ ຍັງຖືກ ກີດກັ້ນ ແລະ ລົບກວນ ຈາກ ເຈົ້າຫນ້າທີ່ ຢູ່ຕລອດມາ. ຈະບໍ່ມີ ການ ອະນຸຍາດ ໃຫ້ບວດ ຄຸນພໍ່ ທີ່ເປັນຄົນ ທ້ອງຖີ່ນ ແມ້ແຕ່ ຄົນດຽວ ໃນທາງ ພາກເຫນືອ ໃນຫລາຍປີ ທີ່ຜ່ານມາ ແລະ ການຢ້ຽມຢາມ ຂອງຄຸນພໍ່ ຈາກ ສັງຄະມົນທົນ ນະຄອນຫລວງ ວຽງຈັນ ໄປທາງ ພາກເຫນືອ ກໍຖືກ ກີດກັ້ນ ເປັນບາງຄັ້ງ ບາງຄາວ.
ດິນໂບດ ຫລາຍແຫ່ງ ໃນລາວ ດັ່ງເຊັ່ນ ຢູ່ ນະຄອນຫລວງ ວຽງຈັນ ກໍຖືກ ຣັຖບານ ຄອມມຸນິສ ລາວ ຍຶດເອົາ ໃນປີ 1975 ແລະ ກໍຍັງ ບໍ່ທັນ ສົ່ງຄືນ ຫລື ອະນຸຍາດ ໃຫ້ເປິດ ໃຊ້ເປັນ ໂບດຄືເກົ່າ. ໃນເດືອນ ກັນຍາ 2010 ກຸ່ມສາສນາ ຄາໂຕລິກ ທີ່ເປັນ ຄົນລາວ ໃນແຂວງ ວຽງຈັນ ກໍຖືກຈັບ ໃນຂນະ ທີ່ຂະເຈົ້າ ຢາຍໜັງສື ຄຳສັ່ງສອນ ຂອງ ພຣະເຢຊູ ໃຫ້ແກ່ ຊາວບ້ານ, ແຕ່ ທາງການລາວ ບໍ່ໄດ້ຫ້າມ ການພີມ ແຈກຢາຍ ຄຳສັ່ງສອນ ຂອງ ພຣະພຸທເຈົ້າ.
ສຳລັບ ຄຳພີ ການສິິດສອນ ສາສນາ ຄາໂຕລິກ ແລະ ບາຮາຍ ໃນລາວ ນັ້ນ ຖືກຫ້າມ. ມາດາມ ຮີນລາລີ ຄລິນຕັນ ຣັຖມົນຕຣີ ຕ່າງປະເທດ ສະຫະຣັຖ ກ່າວ ກ່ຽວກັບ ສິດທິ ໃນການ ນັບຖື ສາສນາ ໃນໂລກ ວ່າ:
"ການປົກປ້ອງ ສິດທິ ໃນການ ນັບຖື ສາສນາ ເປັນພື້ນຖານ ຂອງ ສະຫະຣັຖ ເລີ້ມແຕ່ ການເປັນ ປະເທດມາ ຊຶ່ງໃນ ປັດຈຸບັນ ຍັງມີຫລາຍ ປະເທດ ຍັງລະເມີດ ສິດທິ ໃນການ ນັບຖື ສາສນາ ອື່ນໆ ຂອງ ປະຊາຊົນ ຂອງຕົນ".
ເຖິງແມ່ນວ່າ ຣັຖບານ ສປປລາວ ມີ ກົດຫມາຍ ໃຫ້ສິທ ເສຣີພາບ ໃນການ ນັບຖື ສາສນາອຶ່ນໆ ກໍຕາມ ແຕ່ໃນ ສະພາບ ຄວາມເປັນຈິງ ແລ້ວ ຍັງມີການ ກີດກັ້ນ ກັນຢູ່. ໃນຣະຍະ ຫລັງໆມານີ້ ຍ້ອນມີ ການບີບ ບັງຄັບ ຈາກ ອົງການ ສາສນາ ສາກົນ ທາງການລາວ ຈື່ງໄດ້ ລົດຜ່ອນ ລົງແດ່ ເລັກນ້ອຍ.
