ຊາວບ້ານທີ່ສ່ຽງຕໍ່ ໄຂ້ມະເລເຣັຍ

ຊາວເຊກອງ ໃນເຂດ ຫ່າງໄກ ແລະ ອາໄສ ຢູ່ໃນ ເຂດປ່າ ສ່ວນຫຼາຍ ມີ ຄວາມສ່ຽງ ຕໍ່ການ ເປັນໄຂ້ ມະເລເຣັຍ.

0:00 / 0:00

ກົດຟັງສຽງ

ປະຊາຊົນ ໃນເຂດ ຫ່າງໄກ ສອກຫລີກ ໃນ ແຂວງ ເຊກອງ ສ່ຽງຕໍ່ການ ເປັນໄຂ້ຍຸງ ເພາະ ພວກເຂົາເຈົ້າ ອາສັຍ ຢູ່ໃກ້ ເຂດປ່າ ທີ່ມີ ຍຸງຊຸມ. ໃນຍາມ ກາງຄືນ ຜູ້ຄົນ ກໍມັກນັ່ງ ຕາກລົມ ຢູ່ນອກເຮືອນ ຊຶ່ງເປັນ ເວລາ ທີ່ຍຸງ ອອກຫາກິນ. ຮອດຍາມນອນ ກໍນອນ ໃນມຸ້ງ ທັງເກົ່າ ແລະຂາດ ຈຶ່ງບໍ່ ສາມາດ ປ້ອງກັນ ຍຸງໄດ້. ເຈົ້າໜ້າທີ່ ຂແນງ ພຍາດ ໄຂ້ຍຸງ ແຂວງ ເຊກອງ ເວົ້າວ່າ:

"ເພາະວ່າ ເຮົາໃຊ້ ແຕ່ມຸ້ງ ຄືຈັ່ງຊັ້ນ ແຫລະ ຍາມເຮົາ ເຂົ້ານອນ ມຸ້ງມັນ ກໍຢ່າງ ຂີ້ລ້າຍ ຍຸງເລີ່ມອອກ ແຕ່ 5 ຫາ 7 ໂມງ ເຂົາໄດ້ ນັ່ງລົມກັນ ຢູ່ຂ້າງນອກ ມັນກໍເປັນ ບັນຫາ ປະຊາຊົນ ເຂດນີ້ ສ່ວນຫລາຍ 8-9 ໂມງ ຫລືວ່າ 10 ໂມງ ເຂົາຈຶ່ງໄດ້ ເຂົ້າບ່ອນນອນ ຈຶ່ງໄດ້ ເຂົ້າມຸ້ງ".

ທ່ານເວົ້າອີກວ່າ ປີກາຍນີ້ ມີຜູ້ເສັຽ ຊີວິດ ຍ້ອນໄຂ້ຍຸງ ຈໍານວນນຶ່ງ ແລະ ປີນີ້ ທາງຂແນງ ພຍາດໄຂ້ຍຸງ ແຂວງ ເຊກອງ ກໍມີແຜນການ ແຈກຢາຍ ມຸ້ງ ໃຫ້ແກ່ ປະຊາຊົນ ເພື່ອ ປ້ອງກັນ ຍຸງ. ສ່ວນເລື່ອງ ພົ່ນຢາ ຂ້າຍຸງ ໃຫ້ໝູ່ບ້ານ ໃນເຂດ ຫ່າງໄກ ສອກຫລີກ ນັ້ນ ຍັງບໍ່ມີ ແຜນເທື່ອ ເພາະ ສະພາບ ໄຂ້ຍຸງ ຍັງບໍ່ ອັນຕຣາຍ ຫລາຍເທື່ອ.

ຕາມສະຖິຕິ ໃນປີ 2010 ສປປລາວ ມີຜູ້ ເສັຽຊີວິດ ຍ້ອນ ພຍາດໄຂ້ຍຸງ ກວ່າ 40 ຄົນ. ໃນປີນີ້ ມີຜູ້ເປັນໄຂ້ ແລ້ວ ຢ່າງໜ້ອຍ 996 ຄົນ ຊຶ່ງທາງການ ກໍກໍາລັງ ຫາວິທີ ປ້ອງກັນ ເພີ່ມຂື້ນ ນອກເໜືອ ຈາກການ ແຈກມຸ້ງ.