ໃຊ້ແກສຊິວະພາບ ແທນຟືນ

ກົມລ້ຽງສັດ ແລະ ການປະມົງ ຊັກຊວນໃຫ້ ປະຊາຊົນ ຜລິດແກສ ຊິວະພາບ ຈາກ ສິ່ງເສດເຫລືອ ຂອງສັດ ແທນການໃຊ້ຟືນ.

0:00 / 0:00

ກົດຟັງສຽງ

ທ່ານ ບຸນທະວີ ແສງຕະກຸນ ທີ່ປຶກສາ ດ້ານເທັກນິກ ໂຄງການແກສ ຊິວະພາບ ກົມລ້ຽງສັດ ແລະ ການປະມົງ ນະຄອນຫລວງ ວຽງຈັນ ກ່າວວ່າ ທາງກົມໄດ້ແນະນຳ ໃຫ້ປະຊາຊົນ ຜລິດແກສ ຊິວະພາບ ຈາກສິ່ງເສດເຫລືອ ຂອງສັດລ້ຽງ ປະເພດຕ່າງໆ ເຊັ່ນ: ງົວ ຄວາຍ ແລະຫມູ ແທນການໃຊ້ຟືນ ໃນການຫຸງຕົ້ມ. ການໃຊ້ແກສ ດັ່ງກ່າວ ຈະຊ່ອຍ ປະຫຍັດເວລາ ໃນການຄົວກິນ ແລະ ລຸດຄວັນໄຟ ຈາກການໃຊ້ຟືນລົງ ຊື່ງເປັນ ສາເຫດຫລັກ ທີ່ຈະເຮັດໃຫ້ເກີດ ໂຣຄມະເລັງໄດ້ ອີກທັງຍັງເປັນ ການຫລຸດປາຣິມານ ການຕັດໄມ້ ທຳລາຍປ່າ ນຳອີກ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:

"ຂະເຈົ້າມີແບບ ຈະກໍ່ສ້າງບໍ່ ໂດຍຈະເອົາດີນຈີ່ ໃວ້ໃນພື້ນດີນ ກໍ່ສ້າງສຳເຣັດ ແລ້ວ ກໍ່ຈະເອົາມູນສັດ ປະສົມນ້ຳ ແລ້ວກໍ່ເອົາຕໍ່ຈາກບໍ່ຫມັກມາ ຕໍ່ໂດຍຕົງຫາ ເຕົາເກສ ແລ້ວກໍ່ເອົາໃສ່ເຕົາໄປ ນຳໃຊ້ໄດ້ເລີຍ".

ທ່ານກ່າວຕໍ່ໄປວ່າ ຫ້ອງການຜລິດແກສ ຊິວະພາບ ຂອງ ກະຊວງກະສີກັມ ຈະເປັນຜູ້ ແນະນຳສິດສອນ ໃນການຜລິດແກສ ດັ່ງກ່າວ ຕາມຂັ້ນຕອນ ເພື່ອໃຫ້ຖືກວິທິ ແລະ ກໍ່ເພື່ອຄວາມປອດພັຍ ແກ່ປະຊາຊົນ ຜູ້ທີ່ສົນໃຈ. ນອກຈາກນັ້ນ ທາງຫ້ອງການຍັງ ຈະຊ່ອຍຄ່າໃຊ້ ຈ່າຍປະມານ 50% ໃນການກໍ່ສ້າງ ບ່ອນຜລິດ ໃຫ້ແກ່ຄອບຄົວ ທີ່ທຸກຍາກ ນຳອີກ.

ທ່ານວ່າ ໃນປັດຈຸບັນ ໃນທົ່ວປະເທດ ມີປະຊາຊົນ ປະມານ 5 ແຂວງ ທຳການຜລິດ ແກສຊິວະພາບ ດ້ວຍການໃຊ້ ສິ່ງເສດເຫລືອຈາກສັດ ແລະ ໃນອະນາຄົດ ຄາດວ່າຈະມີການ ຜລິດແກສ ດັ່ງກ່າວ ຢ່າງກວ້າງຂວາງ ເພາະ ແກສປະເພດນີ້ ບໍ່ເປັນພິດຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ພ້ອມທັງຫາໄດ້ງ່າຍ ຈາກສັດລ້ຽງ ໃນຄອບຄົວ.