ກົດຟັງສຽງ
ເຈົ້າໜ້າທີ່ ຕໍາຣວຈໄທຽ ແຜນກປາບປາມ ກາຣຄ້າມະນຸສ ພ້ອມດ້ວຍ ຍານາງປະວິນາ ຫົງສະກຸລ ປະທານມູລນິທິ ປະວິນາ ຫົງສະກຸລ ເພື່ອເດັກແລະສັຕຣີ ໄດ້ເຂົ້າຊ່ວຍເຫລືອ ເດັກນ້ອຍແມ່ຍິງລາວ 5 ຄົນ ອອກຈາກຮ້ານອາຫາຣ ແຫ່ງໜຶ່ງ ຢູ່ແຂວງສຸພັນບຸຣີ ໃນມື້ ວັນພຸທຜ່ານມານີ້ ພ້ອມກັບຈັບ ຄຸມຕົວ ນາງສຸຣະພາ ປູ໊ດປາ ຜູ້ເປັນເຈົ້າຂອງ ຮ້ານ ແລະຜູ້ ຮ່ວມງານອີກ 2 ຄົນ ໃນຂໍ້ຫາລັກລອບ ຄ້າປະເວນີ.
ເຈົ້າໜ້າທີ່ໄທຽ ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ ເດັກນ້ອຍແມ່ຍິງລາວ ທັງ 5 ຄົນ ມີອາຍຸແຕ່ 14 ຫາ 18 ປີເທົ່ານັ້ນ ຊຶ່ງແຕ່ລະຄົນ ກໍໃຫ້ກາຣວ່າ ນາຍໜ້າຊຶ່ງເປັນ ຄົນໄທຽ ໄດ້ເອົາເງິນໃຫ້ທາງ ພໍ່ແມ່ ແລະຄອບຄົວ ຢູ່ປະເທສລາວ ຜູ້ລະ 5,000 ບາທ ແລະວ່າ ຈະພາພວກຕົນ ໄປເຮັດວຽກຢູ່ ຮ້ານອາຫາຣ ໃນເຂຕບາງກອກ. ນອກຈາກນັ້ນ ຜູ້ເປັນນາຍໜ້າ ຍັງໄດ້ອອກຄ່າ ໃຊ້ຈ່າຍໃນກາຣເຮັດ ໜັງສືຜ່ານແດນ ໃຫ້ ໃນຈໍານວນເງິນ ຜູ້ລະ 10,000 ບາທ, ແຕ່ເວລາ ເດີນທາງໄປ ເຖິງບາງກອກ ຜູ້ເປັນນາຍໜ້າ ຊໍ້າມາຂາຍ ພວກຕົນໃຫ້ ຮ້ານອາຫາຣດັ່ງກ່າວ ໃນຈໍານວນເງິນ ຜູ້ລະ 20,000-25,000 ບາທ ແລະ ຕໍ່ມາກໍຖືກ ບັງຄັບໃຫ້ຂາຍ ບໍຣິກາຣທາງເພສ ໂດຽບໍ່ໄດ້ຮັບ ຄ່າຈ້າງ ແລະ ຖ້າບໍ່ຍອມ ປະຕິບັຕຕາມ ກໍຈະຖືກນາຍຈ້າງ ທໍາຮ້າຍຮ່າງກາຍ ພ້ອມກັບຖືກກັກຂັງ ເປັນກາຣລົງໂທສ ແລະໃຫ້ກິນເຂົ້າພຽງ ມື້ລະໜື່ງຄາບ ເທົ່ານັ້ນ. ທາງເຈົ້າໜ້າທີ່ໄທຽ ໄດ້ໃຫ້ກາຣຊີ້ແຈງ ກ່ຽວກັບ ເຣື່ອງນີ້ວ່າ:
ທ່ານວ່າ "ໄດ້ຮັບຂ່າວ ຂອງກາຣແຈ້ງຄວາມ ຈາກທາງມູລນິທິ ປະວິນາ ຫລັງຈາກທີ່ໄດ້ ຮັບກາຣຮ້ອງຮຽນ ແລ້ວຈຶ່ງພາກັນ ລົງໄປ ກວດເບິ່ງໃນເຂຕ ພື້ນທີ່ ແລ້ວຈື່ງພົບເຫັນ ພວກເດັກນ້ອຍຕາມ ທີ່ໄດ້ຮັບໃນ ຣາຍງານນັ້ນແທ້ ແລະກໍມີ ຫລາຍໆຄົນທີ່ຕົກ ຢູ່ໃນສະພາບ ດຽວກັນ ແຕ່ວ່າໃນມື້ທີ່ໄປ ກວດນັ້ນ ທາງເຈົ້າໜ້າທີ່ ກໍສາມາດຊ່ວຍ ເດັກນ້ອຍ ລາວອອກມາໄດ້ແຕ່ 5 ຄົນດັ່ງກ່າວ ນີ້ນັ້ນເທົ່ານັ້ນ".
ເຈົ້າໜ້າທີ່ໄທຽ ໄດ້ແຈ້ງເພີ່ມວ່າ ໃນຣະຫວ່າງທີ່ ທາງເຈົ້າໜ້າທີ່ ເຂົ້າໄປກວດນັ້ນ ພວກເດັກນ້ອຍ ແມ່ຍິງລາວຫລາຍ ສິບຄົນ ໄດ້ໂຕນໜີອອກໄປ ເພາະແຕກຕື່ນ ດ້ວຍຄວາມຢ້ານກົວ ແລະ ຈະມີກາຣດໍາເນີນ ກາຣ ສືບສວນສອບສວນ ຜູ້ເປັນເຈົ້າຂອງຮ້ານ ຕໍ່ໄປ ເພື່ອສືບຫາ ຂະບວນກາຣຄ້າມະນຸສ ຄົນອື່ນໆພ້ອມກັບ ຕັ້ງຂໍ້ຫາຄ້າ ປະເວນີເດັກນ້ອຍ ອາຍຸບໍ່ເກີນ 18 ປີ ເພື່ອສົ່ງຟ້ອງ ດໍາເນີນຄະດີ ຕາມກົດໝາຍ ແລະວ່າ ສະເພາະເດັກນ້ອຍ ແມ່ຍິງລາວ ທັງ 5 ຄົນນັ້ນ ກໍຖືກນຳໄປພັກເຊົາ ຢູ່ສະຖານທີ່ ຟື້ນຟູສະພາບຈິຕໃຈ ທີ່ບ້ານ "ເກຕຕະກາຣ" ແຂວງນົນທະບຸຣີ ແລະ ຍັງຈະໄດ້ແຈ້ງ ໄປຍັງສະຖານທູຕ ລາວ ປະຈໍາປະເທສ ໄທຽ ໃນຂັ້ນຕໍ່ໄປ.
