ບໍຣິສັດຣັດເຊັຍ ສໍາຣວດເຂດວັງເຕົ່າ

ຣັຖບານລາວ ອະນຸມັດ ໃຫ້ບໍຣິສັດ ຣັຖເຊັຽ ສໍາຣວດ ພື້ນທີ່ ເຂດວັງເຕົ່າ ເມືອງໂພນທອງ ແຂວງ ຈໍາປາສັກ.
ມະນີຈັນ
2012.09.20
F-Vangtao-champassak ເຂດທ່າດ່ານ ວັງເຕົ່າ ເມືອງໂພນທອງ ຂ.ຈໍາປາສັກ
RFA/Viengsay

ໂຄງການ ເຂດ ເສຖກິດ ສະເພາະ ວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ດຽວນີ້ ທາງຣັຖບານ ໄດ້ອະນຸມັດ ໃຫ້ບໍຣິສັດ ຣັຖເຊັຽ ເຈົ້າຂອງໂຄງການ ທໍາການ ສໍາຣວດ ພື້ນທີ່ ພາຍຫຼັງການສໍາຣວດ ຈະຕ້ອງສົ່ງ ຣາຍງານ ໃຫ້ຣັຖບານ ເພື່ອອະນຸມັດ ການກໍ່ສ້າງ ໃນຂັ້ນຕໍ່ໄປ. ເຈົ້າໜ້າທີ່ ເມືອງໂພນທອງ ກ່າວໃນວັນທີ 20 ກັນຍາ ນີ້ວ່າ:

"ໂຄງການນີ້ ກໍາລັງສເນີ ໃຫ້ຣັຖບານ ອະນຸມັດ ການເກັບຂໍ້ມູນ ເບື້ອງຕົ້ນ ຢູ່ສະຖານທີ່ ຢູ່ພື້ນທີ່ ສໍາເຣັດແລ້ວ ກໍາລັງສເນີໄປ ໃຫ້ຣັຖບານ ພິຈາຣະນາ ເປັນໂຄງການໃຫຍ່ ແມ່ນຣັຖບານ ເປັນຜູ້ຕົກລົງ ເຂົາແຈ້ງແລ້ວ ເຂົາຈຶ່ງໄດ້ ອະນຸມັດ ສໍາຣວດ ສໍາຣວດແລ້ວ ເອົາກັບຂຶ້ນເມືອ ອີກຖ້ຽວນຶ່ງ ອະນຸມັດ ໃຫ້ສໍາຣວດ ບໍ່ທັນອະນຸມັດ ໃຫ້ມາລົງທຶນ ມາສ້າງຕັ້ງ ອະນຸມັດ ໃຫ້ສໍາຣວດເສີຍໆ".

ທ່ານກ່າວ ຕໍ່ໄປວ່າ ໂຄງການນີ້ ຈະກວມເນື້ອທີ່ ປະມານ 290 ເຮັກຕາຣ ຈະເປັນເຂດ ອຸດສາຫະກັມ ໂຮງງານ ແລະການຄ້າ ຖ້າຣັຖບານ ອະນຸມັດໃຫ້ ກໍ່ສ້າງ ທາງບໍຣິສັດ ກໍຈະຊອກຫາ ບໍຣິສັດຕ່າງໆ ທີ່ສົນໃຈ ເຂົ້າມາຕັ້ງຮ້ານຄ້າ ຫລືໂຮງງານ ໃນເຂດພື້ນທີ່ ທີ່ໄດ້ກະກຽມໄວ້.

ສ່ວນເຣື່ອງ ງົບປະມານ ການກໍ່ສ້າງ ຍັງບໍ່ມີການ ປະເມີນເທື່ອ ເພາະຕ້ອງປະເມີນ ໂດຍອີງຕາມ ຂນາດຂອງ ແຕ່ລະບໍຣິສັດ ທີ່ຕ້ອງການ ເຂົ້າມາລົງທຶນ ໃນເຂດເສຖກິດ ສະເພາະ ວັງເຕົ່າ ແຫ່ງນີ້ ແລະ ໃນໂຄງການນີ້ ກໍຈະຕ້ອງມີການ ໂຍກຍ້າຍ ປະຊາຊົນ ອອກຈາກພື້ນທີ່ ເມື່ອໄດ້ຮັບ ອະນຸມັດ ໃຫ້ກໍ່ສ້າງ ຈາກຣັຖບານ:

"ກໍມີກໍປະມານ ແລ້ວລວມໆ ກໍປະມານ ເຖິງດິນເປົ່າຫວ່າງ ເຖິງດິນທີ່ເປັນພື້ນທີ່ ທໍານາແລ້ວ ປະມານ 100 ເຮັກຕາຣ ພາຍຫລັງ ທີ່ໄດ້ຕົກລົງ ອະນຸມັດ ຈຶ່ງໄດ້ມີການ ໂຍກຍ້າຍ ຊົດເຊີຍ ເບື້ອງຕົ້ນພຽງແຕ່ ເອົາຂໍ້ມູນໄວ້ ຊື່ໆ.

ໂຄງການເຂດ ເສຖກິດ ສະເພາະ ທີ່ເຂດວັງເຕົ່າ ເມືອງໂພນທອງ ມີເປົ້າໝາຍ ເພື່ອພັທນາ ໃຫ້ເປັນເມືອງ ອຸດສາຫະກັມ ການຄ້າ ຄົບວົງຈອນ ແລະ ໃຫ້ປະຊາຊົນ ທ້ອງຖິ່ນ ມີວຽກເຮັດງານທໍາ ໂດຍບໍ່ຕ້ອງອອກໄປ ເປັນຄົນງານ ໃນຕ່າງຖີ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.