ຄົນງານລາວໃນໄທ ຕ້ອງຄືນບ້ານມື້ປ່ອນບັດ

ທາງການ ແຂວງ ສວັນນະເຂດ ເປັນຫ່ວງນໍາ ຄົນງານ ທີ່ໄປ ເຮັດວຽກ ຢູ່ບ່ອນອື່ນ ຫລື ຕ່າງ ປະເທດ ແລະບໍ່ ສາມາດ ກັບມາ ປ່ອນບັດ ເລືອກຕັ້ງໄດ້.

0:00 / 0:00

ກົດຟັງສຽງ

ຍ້ອນວ່າ ປະຊາຊົນ ແຂວງ ສວັນນະເຂດ ຈຳນວນ ຫລວງຫລາຍ ໄປເຮັດວຽກ ຢູ່ບ່ອນອື່ນ ໂດຍສະເພາະ ໃນປະເທດໄທ ອາດຈະບໍ່ ສາມາດ ກັບມາ ປ່ອນບັດ ເລືອກຕັ້ງເອົາ ສະມາຊິກ ສະພາ ແຫ່ງຊາດ ທີ່ຈະມີຂຶ້ນ ໃນມື້ວັນ ທີ 30 ເມສາ 2011 ນີ້ໄດ້.

ດັ່ງນັ້ນ ທາງເຈົ້າໜ້າທີ່ ແຂວງ ຈຶ່ງໂຄສະນາ ປ່າວເຕືອນ ໃຫ້ຜູ້ມີສິດ ປ່ອນບັດ ເລືອກຕັ້ງ ທີ່ໄປ ເຮັດວຽກ ຢູ່ຕ່າງ ປະເທດ ໃຫ້ກັບມາ ໃຊ້ສິດໃຊ້ສຽງ ຂອງຕົນ. ດັ່ງສະມາຊິກ ສະພາ ແຫ່ງຊາດ ແຂວງ ສວັນນະເຂດ ເວົ້າວ່າ:

"ຢູ່ສວັນນະເຂດ ຄືບັນດາ ທ່ານຮູ້ວ່າ ອັນຄົນໄປ ເຮັດວຽກ ຢູ່ບ່ອນອື່ນ ຫລາຍ ໂດຍສະເພາະ ແມ່ນໄປ ເຄື່ອນໄຫວ ທາງນັ້ນ ໄປອອກ ແຮງງານ ຢູ່ທາງນັ້ນ ຢ້ານວ່າບໍ່ ໄດ້ມາໃຊ້ສິດຕາມ ທີ່ມີ".

ທ່ານໄດ້ເວົ້າ ຕໍ່ໄປວ່າ ແຂວງ ສວັນນະເຂດ ເປັນແຂວງ ທີ່ມີ ປະຊາຊົນ ໂດຍສະເພາະ ພວກຊາວໜຸ່ມ ທັງຊາຍແລະຍິງ ພາກັນ ໄປເຮັດວຽກ ຢູ່ບ່ອນອື່ນ ແລະ ປະເທດ ໃກ້ຄຽງ ຈຳນວນ ຫລວງຫລາຍ. ເພື່ອໃຫ້ການ ເລືອກຕັ້ງເອົາ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 7 ບັນລຸຜົນ ການ ໂຄສະນາ ປ່າວເຕືອນ ໃຫ້ຜູ້ຄົນ ກັບມາໃຊ້ ສິດ ໃຊ້ສຽງ ຂອງຕົນ ປ່ອນບັດ ເລືອກຕັ້ງ ຊື່ງເປັນ ໜ້າທີ່ ທາງແຂວງ ຈະຕ້ອງໄດ້ ປະຕິບັດ.

ພາຍໃນ ແຂວງ ສັວນນະເຂດ ມີພົລເມືອງ ປະມານ 9 ແສນຄົນ ແລະ ເຄິ່ງນຶ່ງ ເປັນຜູ້ ມີສິດ ປ່ອນບັດ ເລືອກຕັ້ງ, ມີໜ່ວຍ ປ່ອນບັດ ທັງໝົດ 743 ໜ່ວຍ. ເມື່ອທຽບໃສ່ ການປ່ອນບັດ ເລືອກຕັ້ງເອົາ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 6 ໜ່ວຍປ່ອນບັດ ເລືອກຕັ້ງ ໄດ້ເພີ້ມອີກ 103 ໜ່ວຍ.