ກົດຟັງສຽງ
ປັຈຈຸບັນ ຢູ່ທາງຝັ່ງ ໄທຽແລະລາວ ພົບເຫັນ ກາຣຣະບາດ ຂອງ ພຍາທສັຕ ຫລາຍຊນິດ ຊຶ່ງອາຈເຮັດ ໃຫ້ສັຕທີ່ ຕິດພຍາທ ຈາກ ຕ່າງປະເທສ ເຂົ້າມາ ຣະບາດ ໃນ ປະເທສລາວ ໄດ້. ດັ່ງເຈົ້າໜ້າທີ່ ແຂນງລ້ຽງສັຕ ປະຈຳແຂວງ ສວັນເຂຕ ໄດ້ກ່າວວ່າ:
“ລາວເຣົານີ້ ກໍມີແຕ່ ຣະບາດ ກ່ຽວກັບ ສັຕໃຫຍ່ ສັຕເປັນ ປະເພທວ່າ ງົວ ຄວາຍ ອີຫຍັງນີ້ນ໋ະ ໝູ ແບ້ ເພິ່ນກໍໃຊ້ ວິທີກາຣ ປິ່ນປົວ ລົງຕ້ານ ດ໋ຽວກໍອັນນັ້ນ ສີດຢ່າ ຂ້າເຊື້ອ ກ່ອນທີ່ເຮົາ ຈະນຳ ເຂົ້າ-ອອກ ອີຫຍັງ ຊີ້ນ໋າ”.
ພ້ອມດຽວກັນນີ້ ຍານາງ ກໍວ່າ ໃນຣະຍະ 2 ເດືອນ ຜ່ານມານີ້ ກໍມີຂ່າວ ຈາກ ປະເທສໄທຽ ທີ່ວ່າມີ ພຍາທ ສັຕຣະບາດ ຊຶ່ງກໍຮວມ ທັງກາຣ ຣະບາດ ຂອງ ພຍາທ ໝູຫູກໍ່າ ພາຍໃນ ປະເທສລາວ ນຳດ້ວຍ ທີ່ເຮັດ ໃຫ້ທາງ ແຂນງລ້ຽງສັຕ ຕ້ອງໄດ້ເພີ່ມ ມາຕກາຣ ເພື່ອປ້ອງກັນ ຢ່າງເຂັ້ມງວດ, ໂດຽມີ ເຈົ້າໜ້າທີ່ ກ່ຽວຂ້ອງ ໄປປະຈຳ ຢູ່ດ່ານ ຊາຍແດນ ທີ່ ຂົວມິຕພາບ ລາວ-ໄທຽ ແຫ່ງທີ່ 2 ເພື່ອກວດ ແລະ ສັກຢາ ກັນພຍາທ ກ່ອນຈະ ອະນຸຍາຕ ໃຫ້ນຳເອົາ ໝູ ຈາກຝັ່ງໄທຽ ເຂົ້າມາ ໃນແຂວງ ສວັນນະເຂຕ.
ເຖິງຢ່າງໃດ ກໍຕາມ ກາຣທີ່ ຕ້ອງໄດ້ ມີກາຣ ເຝົ້າຣະວັງ ເປັນພິເສດ ເຊັ່ນນີ້ ກໍຍ້ອນວ່າ ໝູ ຈາກ ຟາຣ໌ມ ຫລາຍແຫ່ງ ໃນ ປະເທສໄທຽ ໄດ້ຮັບ ຜົລກະທົບ ຈາກ ພຍາທ ໝູຫູກໍ່າ ທີ່ເຮັດໃຫ້ ມີໝູຕາຍ ໄປແລ້ວ ບໍ່ຕໍ່າ ກວ່າ 5,000 ໂຕ ພ້ອມຍັງມີ ກາຣເຝົ້າ ຣະວັງ ພຍາທຫວັດນົກ ນຳອີກ ທີ່ອາຈຈະ ກັບມາຣະບາດ ຄືນໃໝ່.
ໃນເວລາ ດຽວກັນ ນັ້ນ ກໍມີ ຣາຍງານວ່າ ຢູ່ ສປປລາວ ກໍກຳລັງ ປະສົບ ກັບບັນຫາ ພຍາທ ໝູຫູກໍ່າ ເຊັ່ນກັນ ໂດຽສະເພາະ ເຂຕ ນະຄອນຫລວງ ວຽງຈັນ ທີ່ມີໝູ ກວ່າ 400 ໂຕ ໄດ້ຕາຍໄປ ຍ້ອນພຍາທ ດັ່ງກ່າວ ແລະ ອີກບໍ່ຕໍ່າ ກວ່າ 600 ໂຕ ຍັງຕິດ ເຊື້ອພຍາທ ນີ້ຢູ່, ພ້ອມກັບ ໄດ້ສ້າງຄວາມ ເສັຽຫາຍ ໃຫ້ແກ່ຊາວ ກະເສຕກອນ ຜູ້ລ້ຽງໝູ ໄປແລ້ວກວ່າ 1 ຕື້ກີບ ແລະ ຍັງມີໝູ ຕິດເຊື້ອ ຕື່ມອີກ ປະມານ 5,300 ໂຕ ໃນ ປັຈຈຸບັນ.
