ກົດຟັງສຽງ
ອົງການ ທ່ອງທ່ຽວ ແຂວງສວັນນະເຂດ ກໍາລັງ ເລັ່ງວາງມາຕການ ປ້ອງກັນແຮງງານ ທີ່ສວຍໂອກາດ ເຂົ້າເມືອງ ໂດຍໃຊ້ ວີ່ຊາ ນັກທ່ອງທ່ຽວ, ຊຶ່ງປະກົດວ່າ ໃນຊ່ວງນີ້ ຈໍານວນນັກທ່ອງທ່ຽວ ມີເພີ້ມສູງຂຶ້ນ ກ່ວາປີທີ່ແລ້ວ ເນື່ອງຈາກວ່າ ເປັນຣະດູ ທີ່ນັກທ່ອງທ່ຽວ ເຂົ້າໄປຫລາຍ. ເຈົ້າໜ້າທີ່ ອົງການທ່ອງທ່ຽວ ແຂວງສວັນນະເຂດ ກ່າວວ່າ:
“ຕົວເລກ ທີ່ພວກເຮົາ ກໍາລັງ ວິເຄາະ ໃນປັດຈຸບັນ ແມ່ນເຣື້ອງການວີຊ໋າອອກ ຂອງຜູ້ທີ່ ໄປອອກແຮງງານ ອັນນີ້ ມີການສວຍໂອກາດດ້ວຍ ໃຊ້ວີຊ໋າ ນັກທ່ອງທ່ຽວ ກໍເຂົ້າມາ ເປັນສະຖິຕິ ຂອງນັກທ່ອງທ່ຽວ ຊຶ່ງຕົວເລກ ພວກນີ້ ເຮົາຄວນຊິໄດ້ເບິ່ງອີກຕື່ມ.”
ສະພາບ ດິນຟ້າອາກາດດີ ແລະ ການເດີນທາງສະດວກ ກວ່າຣະດູຝົນ ຈຶ່ງເຮັດໃຫ້ ນັກທ່ອງທ່ຽວ ບາງກຸ່ມ ນິຍົມ ເຂົ້າໄປທ່ອງທ່ຽວ ໃນແຂວງ ສວັນນະເຂດ ແລະ ໄປສ່ຽງໂຊກ ທີ່ ກາຊີໂນ ອີກດ້ວຍ. ເຖິງຢ່າງໃດ ກໍຕາມ, ຈາກການກວດສອບ ຂອງເຈົ້າໜ້າທີ່ ເຫັນວ່າ ມີແຮງງານ ຕ່າງດ້າວ ຈໍານວນນຶ່ງ ສວຍໂອກາດ ເຂົ້າໄປ ເພື່ອເຮັດວຽກ ໃນປະເທດລາວ.
ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ກ່າວຕື່ມວ່າ ການຂໍວີຊ໋າ ແບບນັກທ່ອງທ່ຽວນັ້ນ, ຜູ້ຂໍ ຈະສາມາດເຂົ້າໄປ ທ່ອງທ່ຽວ ຫລື ຢູ່ໃນປະເທດລາວໄດ້ ບໍ່ເກີນ 30 ມື້ ແລະ ບໍ່ສາມາດ ຕໍ່ອາຍຸໄດ້. ສະນັ້ນ ນັກທ່ອງທ່ຽວ ຕ້ອງກັບໄປ ປະເທດຂອງຕົນ ແລ້ວຈຶ່ງສາມາດ ຂໍເຂົ້າໄປໃໝ່ ໄດ້ອີກ, ແຕ່ແຮງງານ ທີ່ສວຍໂອກາດ ສ່ວນຫລາຍ ມັກຖືວີຊ໋າ ປະເພດນີ້ ເຂົ້າໄປ ແລະ ຢູ່ໃນປະເທດລາວ ເກີນກໍານົດ ເພື່ອຮັບຈ້າງ ໃຊ້ແຮງງານ. ການສວຍໂອກາດນີ້ ຖືເປັນການຍາດໂອກາດ ການເຮັດວຽກ ຂອງແຮງງານລາວ.
ກ່ຽວກັບ ບັນຫາດັ່ງກ່າວ, ອົງການທ່ອງທ່ຽວ ແຂວງສວັນນະເຂດ ກໍາລັງຢູ່ໃນຣະຫວ່າງ ການປະຊຸມ ເພື່ອກຽມມາຕການ ແກ້ໄຂບັນຫານີ້ ແລະ ດໍາເນີນການ ປະສານງານ ກັບຜແນກພົວພັນ ຕ່າງປະເທດ ຕໍ່ໄປ.
