ສວັນນະເຂດຕ້ອງການງົປ ສ້ອມແປງຊົລປະທານ

ຜແນກການ ຊົລປະທານ ແຂວງ ສວັນນະເຂດ ກໍາລັງ ຂົນຂວາຍ ເພາະຕ້ອງການ ງົບປະມານ ມາຟື້ນຟູ ປົວແປງ ຣະບົບ ຊົລປະທານ ຫລັງພັຍ ນໍ້າຖ້ວມ.

0:00 / 0:00

ກົດຟັງສຽງ

ຜແນກ ຊົລປະທານ ແຂວງ ສວັນນະເຂດ ກໍາລັງ ດໍາເນີນການ ເຣື່ອງ ງົບປະມານ ສໍາລັບ ຟື້ນຟູ ຣະບົບ ຊົລປະທານ ຫລັງພັຍ ນໍ້າຖ້ວມ ເຖິງແມ່ນວ່າ ຈະໄດ້ ດໍາເນີນການ ໄປແລ້ວ ສ່ວນນຶ່ງ ຊື່ງແມ່ນເຂດ ທ້ອງຖີ່ນ ເອງ ເປັນຜູ້ຮັບ ຜິດຊອບ ຂໍ ງົບປະມານ ໃນການ ຟື້ນຟູ. ຫົວໜ້າ ຊົລປະທານ ແຂວງ ສວັນນະເຂດ ກ່າວວ່າ:

"ດຽວນີ້ ເພິ່ນກໍາລັງ ດໍາເນີນງານ ຢູ່ ໄດ້ລົງມື ໃນໄວໆນີ້ ສ່ວນນຶ່ງ ກໍໄດ້ ລົງມື ແລ້ວ ແຕ່ເຣື່ອງ ງົບປະມານ ນີ້ ທາງທ້ອງຖິ່ນ ເພິ່ນຈະເປັນ ຜູ້ ພິຈາຣະນາ ເນາະ ເພາະວ່າ ເຣື່ອງທ້ອງຖິ່ນ ຂອງແຂວງ ທີ່ວ່າມີ ລາຍຮັບ ທາງ ສ່ວນກາງ ຈະມອບໃຫ້ ທ້ອງຖິ່ນ ຮັບຜິດຊອບ ເລີຍ".

ທ່ານກ່າວ ຕື່ມວ່າ ທາງ ຊົລປະທານ ແຂວງ ສວັນນະເຂດ ໄດ້ຍື່ນ ເອກສານ ຂໍ ງົບປະມານ ຟື້ນຟູ ໄປແລ້ວ ຫລັງຈາກ ນໍ້າຖ້ວມ ໄດ້ລົດລົງ ແຕ່ຍັງບໍ່ໄດ້ ກວດກາ ເບິ່ງວ່າ ພຽງພໍ ຫລືບໍ່ ແຕ່ຄາດວ່າ ບໍ່ມີ ບັນຫາ ຈະເປັນໄປ ຕາມແຜນ ທີ່ວາງໄວ້.

ຂ່າວວຽງຈັນ Times ຣາຍງານວ່າ ງົບປະມານ ທີ່ມີຈໍາກັດ ຂອງ ແຂວງ ສວັນນະເຂດ ໃນການ ຟື້ນຟູ ສ້ອມແປງ ຊົລປະທານ ພາຍຫລັງ ນໍ້າຖ້ວມ ນັ້ນ ອາຈເຮັດໃຫ້ ການປູກເຂົ້າ ໃນຣະດູ ແລ້ງ ຫລື ນາແຊງ ບໍ່ໄດ້ຕາມ ເປົ້າໝາຍ. ສປປລາວ ເປັນ ປະເທດ ກະສິກັມ ຜົລຜລິດ ການກະເສດ ຖືເປັນ ຜົລຜລິດທຶນ ທີ່ສໍາຄັນ ແຕ່ຍ້ອນ ການກະເສດ ຂ້ອນຂ້າງ ພັທນາ ຊ້າ ເຮັດໃຫ້ ຊາວ ຊົນນະບົດ ຫ່າງໄກ ຍັງມີ ບັນຫາ ການຜລິດ.