0:00 / 0:00
ກົດຟັງສຽງ
ງົບປະມານ ກວ່າ 45 ພັນ ລ້ານກີບ ຫລື ປະມານ 5 ລ້ານ 6 ແສນ ໂດລາ ໄດ້ໃຊ້ໃນ ໂຄງການ ຫລຸດຜ່ອນ ຄວາມທຸກຍາກ ໃນປີນີ້ ເງີນຈຳນວນ ດັ່ງກ່າວ ໄດ້ຊ່ອຍ ຍົກຣະດັບ ການເປັນຢູ່ ຂອງ ປະຊາຊົນ ທີ່ເມືອງ ເຊໂປນ ເມືອງ ວິຣະບູຣີ ເມືອງນອງ ເມືອງພີນ ແລະ ເມືອງ ທ່າພັງທອງ. ອິງຕາມ ຄຳໃຫ້ການ ຂອງ ທ່ານ ບຸນມາ ເກດເສສອນ ຫົວຫນ້າ ອົງການ ຈັດຕັ້ງຊຸມຊົນ ແລະ ການພັທນາ ຊົນນະບົດ ປະຈຳແຂວງ.
ທ່ານ ບຸນມາ ເວົ້າວ່າ ນອກຈາກເງີນ ຈຳນວນ ດັ່ງກ່າວແລ້ວ ທາງການແຂວງ ຍັງໄດ້ຮັບ ເງີນກູ້ ດອກເບັ້ຽຕ່ຳ ຈາກ ທະນາຄານ ນະໂຍບາຍ ປະມານ 65 ຕື້ກີບ ເພື່ອ ໃຊ້ໃນການ ຍົກຣະດັບ ສະພາບການ ເປັນຢູ່ ຂອງ ຊຸມຊົນ ພາຍໃນແຂວງ ນຳອີກ.
ທ່ານວ່າ ໃນສົກ ງົບປະມານ ປີ 2011-2012 ນີ້ ກອງທືນ ຫລຸດຜ່ອນ ຄວາມທຸກຍາກ ທີ່ແຂວງ ສວັນນະເຂດ ຈະສືບຕໍ່ ໃນການ ປະຕິບັດ ງານ ໃນການ ຍົກຣະດັບ ການເປັນຢູ່ ຂອງ ປະຊາຊົນ ຊາວເຜົ່າ ໃນເຂດ ທີ່ທຸກຈົນ ໃນແຂວງ ສວັນນະເຂດ ໃຫ້ ຫລາຍຂື້ນ.
