ກົດຟັງສຽງ
ໃນສົກ ແຜນການ ພັທນາ ການສືກສາ ລະຍະ 2 ນີ້ ແຂວງ ສວັນນະເຂດ ເປັນຫ່ວງນໍາ ນາຍຄຣູ ໃນທຸກ ລະດັບຊັ້ນ ບໍ່ມີພຽງພໍ ໂດຍສະເພາະ ສໍາລັບ ຂັ້ນ ອານຸບານ ແລະ ຊັ້ນປະຖົມ ໃນເຂດ ພູດອຍ, ຕາມທີ່ ອາຈານ ຄໍາພູນ ຫົວໜ້າ ຜແນກສືກສາ ແຂວງ ໄດ້ກ່າວ:
"ຄູທີ່ໄປສອນ ຢູ່ເຂດ ພູດອຍ ມີຄວາມ ຫຍຸ້ງຍາກ ບໍ່ມີໃຜ ຢາກສມັກ ໄປພູດອຍ ຫລາຍ ເຮັດໃຫ້ ຄຣູຂາດ ຢູ່ເມືອງ ພູດອຍ ຫລາຍ ເນື່ອງຈາກ ພວກເຂົາເຈົ້າ ຂຍາຍຫ້ອງຮຽນ ອອກໄປຫລາຍ ທັງຊັ້ນ ປະຖົມ ແລະ ມັທຍົມ ຈັ່ງຊັ້ນ ຄຣູຈື່ງບໍ່ພໍ ໂດຍສະເພາະ ຄຣູປະຖົມ ແລະ ຄຣູອານຸບານ".
ຕາມແຜນການ ພັທນາ ການສຶກສາ ລະຍະ 2 ໃນທົ່ວປະເທດ ຈາກປີ 2011-2016 ຊື່ງເລີ້ມຂື້ນ ປີນີ້, ທ່ານວ່າ ແຂວງ ສວັນນະເຂດ ຕ້ອງການນາຍຄຣູ ຕື່ມອີກ ປະມານ 200 ຄົນ ເພື່ອໃຫ້ ພຽງພໍ ທຸກລະດັບ ຊັ້ນ ຫລັງຈາກ ທີ່ໄດ້ຂຍາຍ ຫ້ອງຮຽນ ຢູ່ໃນບ້ານ ຕ່າງໆ. ປັດຈຸບັນ ທາງແຂວງໄດ້ ຮັບຄຣູໃໝ່ ມາເພີ້ມ ພຽງແຕ່ 30 ຄົນ. ບັນຫາ ນື່ງອີກ ນາຍຄຣູໃໝ່ ຈໍານວນນື່ງ ຍັງບໍ່ມີ ປະສົພການ, ການສອນ ຍັງບໍ່ໄດ້ ມາຕຖານ.
ຜ່ານມາ ທາງແຂວງ ກໍໄດ້ອອກ ຄ່າໃຊ້ຈ່າຍ ໃຫ້ຄົນ ໃນທ້ອງຖິ່ນ ເຂົ້າມາອົບຮົມ ການສອນ ເພື່ອໃຫ້ໄດ້ ມາຕຖານ ແລະ ເພື່ອກັບໄປ ສອນ ຢູ່ໃນທ້ອງຖິ່ນ ຂອງ ຕົນເອງ, ແຕ່ກໍມີ ຈໍານວນ ຜູ້ສົນໃຈ ໜ້ອຍທີ່ສຸດ ຍ້ອນລາຍໄດ້ ບໍ່ພຽງພໍ ກັບ ຄ່າຄອງຊີບ.
