ກົດຟັງສຽງ
ເຈົ້າຫນ້າທີ່ຈາກ ສະຫະພັນ ແມ່ຍິງລາວ ທີ່ແຂວງ ສວັນນະເຂດ ທ່ານນື່ງເວົ້າວ່າ, ທາງອົງການ ໄດ້ວາງນະໂຍບາຍ ສົ່ງເສີມຖານະ ແລະ ບົດບາດ ຂອງແມ່ຍີງ ໃຫ້ມີໂອກາດ ໃນການພັທນາ ຕົນເອງ ເພື່ອໃຫ້ເທົ່າທຽມ ກັບຜູ້ຊາຍ ໃນຫນ້າທີ່ການງານ ແລະ ການປະກອບອາຊີພ ຕ່າງໆ. ດ່ັງທ່ານໄດ້ກ່າວ ໃນຕອນນຶ່ງວ່າ:
"ສຳລັບແຜນການ ດຳເນີນງານເຮົາ ໃນ 2011-2015 ນີ້ ພວກເຮົາກໍ່ແມ່ນ ໄດ້ເລັ່ງໃສ່ ເຮັດໃຫ້ບັນດາ ຊັ້ນຄົນໃນສັງຄົມ ຍັງບໍ່ທັນໄດ້ ຮັບຮູ້ວ່າ ຄວາມສເມີພາບ ຣະຫວ່າງຜູ້ຍິງ ແລະ ຜູ້ຊາຍ ນີ້ແນວໃດ ເຮົາຕ້ອງໄດ້ສືກສາ ຕົວນີ້ເປັນບັນຫາ ຫລັກ ແລະ ຄວາມປະສານງານ ພົບຄວາມຫຍຸ້ງຍາກ ໃຫ້ຊັ້ນຕໍ່ໄປ ທາງຫ້ອງການເຮົາ ກໍ່ຊີ່ໄດ້ປັບປຸງ ການຈັດຕັ້ງ ຄືນໃຫມ່".
ນາງກ່າວຕໍ່ໄປວ່າ ສຳລັບແຜນການ 5 ປີຂ້າງຫນ້າ ສະຫະພັນແມ່ຍິງລາວ ທີ່ແຂວງ ສວັນນະເຂດ ຈະສ້າງໂອກາດ ໃຫ້ແມ່ຍິງໄດ້ ຮັບການສຶກສາ ຫລາຍຂື້ນ ຮ່ວມດ້ວຍການ ເຂົ້າເຖິງວຽກງານ ທາງດ້ານ ບໍຣິຫານ ທີ່ຜູ້ຊາຍເຮັດໄດ້ ຜູ້ຍິງ ກໍຕ້ອງເຮັດໄດ້. ນາງກ່າວເພີ້ມອີກວ່າ:
"ຈະນຳແຜນຍຸທສາດ ທີ່ເຮົາວາງໄວ້ ໃນປີ 2011-2015 ລົງຈັດຕັ້ງເຜີຍແພ່ ໃຫ້ມັນທົ່ວເຖິງ ເຮັດໃຫ້ສັງຄົມນີ້ ຮັບຮູ້ວ່າ ແມ່ຍິງ ເຮົາມີຄວາມພັທນາ ມີຄວາມກ້າວຫນ້າ ຢ່າງເປັນຮູບພະທັມ ອີກໃນສັງຄົມ ໃຫ້ສັງຄົມ ແລະຄອບຄົວ ໄດ້ຍອມຮັບ".
ໃນທີ່ສຸດນາງກ່າວວ່າ ວຽກງານການສົ່ງເສີມ ບົດບາດ ຂອງຜູ້ຍິງ ເປັນແຜນ ຍຸທສາດຂອງຣັຖບານ ໃນການພັທນາເສຖກິດ ແລະ ສັງຄົມ ຂອງປະເທດ ຊຶ່ງຜູ້ຍິງ ກໍ່ຖືວ່າເປັນ ຊັພຍາກອນມະນຸດ ເທົ່າທຽມ ກັບຜູ້ຊາຍ ໃນການ ປະຕິງານ ທຸກດ້ານ.
